ທຣຳ ເວົ້າວ່າ: ອີຣານກຳລັງຫລິ້ນກັບໄຟ

ປະທານາທິບໍດີ ດໍໂນ  ທຣຳ ເວົ້າວ່າ: ເຂົາບໍ່ໄດ້ມີສັນ ຍານເຕືອນຫຍັງແຕ່ ອີຣານ ຄວນຮູ້ຕົນເອງວ່າ ກຳລັງ   “ ຫລິ້ນກັບໄຟ ”

ວັນທີ 1 ກໍລະກົດນີ້, ປະທານາທິບໍດີ ທຣຳ ປະກາດ ວ່າ: ອີຣານກຳລັງຫລິ້ນກັບໄຟ, ໃນເມື່ອວ່າ ອີຣານກຳລັງ ຄອບຄອງທາດ urani ເກີນ ກຳນົດຕາມການຕົກລົງກ່ຽວ ກັບນິວ​ເຄລຍປີ 2015 ຫລື ຍັງເອີ້ນວ່າ ການປະຕິບັດລວມຮອບດ້ານ (JCPOA), ເຊິ່ງ ອີຣານໄດ້ລົງນາມກັບ ບັນດາ ຊາດມະຫາ ອຳນາດ ໄວ້ແລ້ວ.

ໃນເມື່ອຖືກນັກຂ່າວຖາມວ່າ: ອັນນີ້ແມ່ນສັນຍານເຕືອນ ຕໍ່ ອີຣານບໍ? ປະທານາທິບໍດີ ດໍໂນ ທຣຳ ເວົ້າວ່າ: ເຂົາ ບໍ່ໄດ້ມີສັນຍານເຕືອນຫຍັງ ທັງໝົດແຕ່ອີຣານຕ້ອງເຂົ້າໃຈວ່າ ຕົນເອງກຳລັງ “ຫລິ້ນກັບໄຟຢູ່”

ກ່ອນໜ້ານີ້, ສຳນັກຂ່າວ ສານຂອງ ອີຣານ ISNA ໄດ້ອ້າງອີງຄຳເວົ້າ ຂອງລັດຖະມົນຕີກະຊວງການຕ່າງປະເທດ Zarif ວ່າ: ອີຣານໄດ້ຄອບຄອງ ທາດ urani ເກີນ 300 ກລ ຕາມ ການຕົກລົງກັນ.

ບົດຖະແຫຼງການບົດ ໜຶ່ງອອກໂທລະພາບແຫ່ງ ຊາດຂອງ ອີຣານ, ທ່ານ Zarif ໄດ້ປະກາດວ່າ: “ບໍ່ມີທາງ ” ທີ່ ອີຣານຈະກົ້ມ ຫົວຍອມຕໍ່ການກົດດັນ ຂອງສະຫະລັດ ອາເມລິກາ ແລະ ຖ້າສະຫະລັດອາເມລິກາຢາກເຈລະຈາຕ້ອງ  “ສະແດງຄວາມນັບຖືຕໍ່ອີຣານ ” .

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ