ແມັກ ​ເຟີ​ສະ​ຕັບ​ເຟັ້ນ ຄວ້າ​ແຊ້ມການ​ແຂ່ງຂັນ​ລົດ F1 ອອສຕ້ຽນ ກຣັງປຣີ

​ແມັກ ເຟີສະຕັບເຟັ້ນ ນັກກິລາແຂ່ງລົດຟໍມູລ້າວັນ F1 ຈາກທີມເຣດບລູ ເຣສຊິ້ງ ຄວ້າແຊ້ມ ອອສຕ້ຽນ ກຣັງ ປຣີ ໃນຂະນະທີ່ ຊານ ເລີ ແຄ ນັກກິລາຈາກທີມເຟີຣາຣີ້ ຕາມ ມາເປັນອັນດັບທີ 2 .

ສະຫຼຸບຜົນການແຂ່ງຂັນລົດຟໍມູລ້າວັນ F1 ຊິງແຊ້ມ ໂລກ   ສະໜາມທີ 9 ຂອງລະ ດູການ 2019 ລາຍການ ອອສຕ້ຽນ ກຣັງປຣີ ຮອບຊິງ ຊະນະເລີດ ທີ່ສະໜາມ ເຣດ ບລູ ເຣສຊິ້ງ ເຊີກິດ ປະເທດ ອອສເຕຣຍ ເມື່ອວັນອາ ທິດທີ່ຜ່ານມາ.

ອັນດັບ 1 ແມັກ ເຟີສະຕັບ ເຟັ້ນ ຈາກເນເທີ້ເເລນ ທີມ ເຣດ ບລູ ເຣສຊິ້ງ ຮອນດ້າ ເຂົ້າເສັ້ນໄຊດ້ວຍເວລາ 1:22:01.822 ຊົ່ວໂມງ.

ອັນດັບ 2 ຊານ ເລີ ແຄ ຈາກໂມນາໂກ ທີມເຟີຣາຣີ້ ຕາມຫຼັງ 2.724 ວິນາທີ.

ອັນດັບ 3 ວັນເທຣີ້ ບ໋ອສ ທາສ ຈາກຟິນແລນ ທີມເມີຊີ ເດສ ຕາມຫຼັງ 18.960 ວິນາທີ .

ອັນດັບ 4 ເຊບາສຕຽນ ເວັດເທວ ຈາກເຢຍລະມັນ ທີມເຟີຣາຣີ້ ຕາມຫຼັງ 19.610 ວິນາທີ.

ອັນດັບ 5 ລູອິສ ແຮມິນ ຕັ້ນ ຈາກສະຫະຣາ ຊອານາ ຈັກ ທີມເມີຊີເດສ ຕາມຫຼັງ 22.805 ວິນາທີ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ