ລິເວີພູລ ກຽມທຸ່ມເງິນ 100 ລ້ານປອນ ເພື່ອຊື້ ຟານໄດ-ຊາລາ ມາຮ່ວມທີມ

ສະໂມສອນ ລິເວີພູລ ກຽມ ທຸ່ມເງິນ 100 ລ້ານປອນ ເພື່ອ ຄວ້າ ເຟີກິລ ຟານໄດ ກອງຫຼັງ ຂອງ ເຊົາແທມຕັນ ກັບ ໂມຮາ ເໝັດ ຊາລາ ປິກໂຕເກັ່ງຂອງ ອາ ແອສ ໂຣມາ ມາເສີມຄວາມແຂງ ແກ່ນໃນລະດູການນີ້ ຈາກລາຍ ງານຂອງ ເດິ ເທເລກຣາຟ ສື່ຊື່ດັງ ໃນເມືອງ ອັງກິດ.

ເຟນເວ ສະປອດ ກຸ່ມທຶນ ເຈົ້າຂອງ ລິເວີພູລ ກຽມທຸ່ມເງິນ ຈຳນວນດັ່ງກ່າວໃຫ້ ເຈີເກນ ຄລ໊ອບ ຜູ້ຈັດການທີມໃຊ້ຊື້ນັກເຕະ ທີ່ຕ້ອງການ ຫຼັງສາມາດຄວ້າໂກ ຕ້າ ຢູຟາ ແຊ໊ມປຽນລີກ ລະດູ ການໜ້າໄດ້ຕາມເປົ້າ ໂດຍ ຄລ໊ອບ ໝາຍຕາ ຟານໄດ ເຊິ່ງຖືກ ເຊົາແທມຕັນ ຕັ້ງຄ່າໂຕໄວ້ເຖິງ 50 ລ້ານປອນ ເຊັ່ນດຽວກັບ ຊາລາ ທີ່ຢູ່ໃນແຜນທີ່ຕ້ອງການ ນຳອີກ.

ນອກຈາກ 2 ຄົນດັງກ່າວ ແລ້ວ ອະເລັກ ອ໊ອກເລດ-ແຊມ ເບີເລນ ປິກໂຕເກັ່ງຂອງ ອາເຊ ນອລ, ນາບິລ ເກອິຕ້າ ກອງກາງ ແອເບ ໄລຊິກ ແລະ ຄຣິສຕຽນ ພູລິຊິດ ກອງກາງ ໂບຣຸສເຊຍ ດອດມຸນ ກໍຢູ່ໃນແຜນທີ່ ຄລ໊ອບ ຕັ້ງເປົ້າໄວ້ເຊັ່ນກັນ