ແມັກຊິກໂກ ເສີມກຳລັງທະຫານ 15.000 ນາຍໄປປະສິດຊາຍແດນກັບສະຫະລັດ ອາເມລິກາ

ຮຽບຮຽງໂດຍ: ລູກເມືອງພວນ

ການເສີມກຳລັງທະຫານແມ່ນໜຶ່ງໃນຂໍ້ຕົກລົງລະຫ່ວາງ ແມັກຊິກໂກ ແລະ ສະຫະລັດ ອາເມລິກາ ເພື່ອສະກັດກັ້ນບໍ່ໃຫ້ວໍຊິງຕັນຂຶ້ນພາສີນຳເຂົ້າສິນຄ້າຂອງ ແມັກຊິກໂກ.

ລັດຖະມົນຕີກະຊວງປ້ອງກັນປະເທດ ແມັກຊິກໂກ ກ່າວໃນວັນທີ 24 ມິຖຸນານີ້ ຕໍ່ນັກຂ່າວ ພ້ອມກັບ ທ່ານ ປະທານາທິບໍດີ Andrés Manuel López Obrador ວ່າ: “ ພວກເຮົາໄດ້ເສີມກຳລັງທັງໝົດລວມມີ 15.000 ນາຍ, ໃນນັ້ນລວມມີທັງກອງກຳລັງປ້ອງກັນຊາດ ແລະ ກອງກຳລັງພົນຕ່າງໆ ໄປຍັງຊາຍແດນທາງພາກເໜືອຂອງປະເທດ” .

ກ່ອນໜ້ານີ້, ແມັກຊິກໂກ ໄດ້ແຈ້ງແຜນການເສີມກຳລັງທະຫານ 6.000 ນາຍ, ກອງປ້ອງກັນແຫ່ງຊາດໄປຍັງຊາຍແດນທາງພາກໃຕ້ຂອງປະເທດຕິດກັບ Guatemala, ຊຶ່ງເປັນຈຸດທີ່ມີຄົນອົບພະຍົບເຂົ້າມາໃນປະເທດນີ້ຫຼາຍທີ່ສຸດ, ຫຼັງຈາກນັ້ນ, ພວກເຂົາກໍຈະຂຶ້ນໄປທາງພາກເໜືອ ແລ້ວກໍຫາວິທີເຂົ້າໄປໃນສະຫະລັດ ອາເມລິກາ, ແຕ່ການເພີ່ມກຳລັງທະຫານໄປຍັງຊາຍແດນຂອງ ສະຫະລັດ ອາເມລິການັ້ນ ແມ່ນບໍ່ທັນໄດ້ເປີດເຜີຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ