ສະຫະລັດ​ຢຶດຢາ​ເສບ​ຕິດ​ໄດ້ 16 ​ໂຕນ, ມູນ​ຄ່າ​ຫລາຍ​ກວ່າ 1 ຕື້​ໂດ​ລາ

ເຈົ້າໜ້າທີ່ຂອງ ສະຫະລັດ ອາເມລິກາ ໃຫ້ຮູ້ວ່າ: ນີ້ເປັນການຢຶດໄດ້ຢາເສບຕິດເປັນຄັ້ງໃຫ່ຍທີ່ສຸດໃນປະຫວັດ ສາດຂອງສະຫະລັດ.

ວັນທີ 18 ມິຖຸນານີ້, ສະຫະລັດ ອາເມລິກາ ສາມາດ ຢຶດໄດ້ 16 ໂຕນ cocaine, ມູນຄ່າ 1 ຕື້ໂດລາ, ໃນຄອນ ແຕນເນີອັນໜຶ່ງ ໃນກຳປັ່ນບັນທຸກສິນຄ້າ MSC Gayane ທີ່ທຽບທ່າ ຢູ່ທ່າກຳປັ່ນ Packer Marine Terminal ປະເທດ Philadelphia, ໃນຂະນະ ທີ່ກຳປັ່ນລຳດັ່ງກ່າວກຳລັງ ຈະອອກເດີນທາງໄປຍັງ ທະວີບ ຍູຣົບ. ກຳປັ່ນລຳດັ່ງ ກ່າວໄດ້ຜ່ານທ່າເຮືອ Chile, Panama ແລະ Bahamas ມາແລ້ວ.

“ການຢຶດ ຢາເສບຕິດ ໃນຄັ້ງນີ້ເປັນການຢຶດຄັ້ງ ໃຫຍ່ໃນປະຫວັດສາດຂອງສະຫະລັດ ອາເມລິກາ”,   ທ່ານ William McSwain ທະນາຍຄວາມ ປະຈຳຢູ່ Philadelphia ໄດ້ຂຽນລົງໃນທະວິດເຕີວ່າ: “ເຈົ້າໜ້າທີ່ໃນກຳປັ່ນຖືກກັກຕົວ ທັງໝົດ ເພື່ອສືບສວນສອບ ສວນ ” .

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ