ສະ​ວີ​ເດັນ 2-0 ຊິ​ລີ ​ເກັບ 3 ຄະ​ແນນ​ບານ​ເຕະ​ຍິງ​ຊິງ​ແຊ້ມ​ໂລກ 2019

ການເເຂ່ງຂັນບານເຕະ ຍິງຊິງແຊ້ມໂລກ 2019 ທີ່ປະ ເທດ ຝຣັ່ງ ສະວີເດັນ ລົງສະໜາມນັດທຳອິດເອົາຊະນະ ຊິລີ 2-0 ປະຕູ.

ໃນການແຂ່ງຂັນ ບານ ເຕະຍິງຊິງແຊ້ມໂລກ 2019 ທີ່ຈັດຂື້ນຢູ່ທີ່ປະເທດຝຣັ່ງ ຮອບທຳອິດຂອງກຸ່ມ ເອຟ ເມື່ອວັນອັງຄານທີ່ຜ່ານມານີ້ ເປັນການແຂ່ງຂັນລະຫວ່າງ ທີມຊາດສະວີເດັນ ພົບກັບ ທີມຊາດຊິລີ ເຊິ່ງກໍເປັນທີມ ຊາດສະວີເດັນ ສ້າງຜົນງານ ຢ່າງໂດດເດັ່ນສາມາດເອົາຊະນະ ທີມຊິລີໄດ້ 2-0 ປະຕູ ເກັບ 3  ຄະແນນໃນນັດທຳອິດຈາກການ ຍິງປະຕູຂອງ ນັກເຕະສາວ ໂຄໂຊວາເຣ່ ອາ ເຊີນລານີ ໃນນາທີທີ່  83 ແລະ ມາໄດ້ລູກປິດເກມ ຈາກນັກ ເຕະຂົນຕາງອນ ມາເດເລນ ຍາໂນຈີ ໃນນາທີທີ່ 90. 

ສ່ວນທີມຊາດຊີລີ ກໍມີໂອ ກາດເຮັດເກມບຸກໄດ້ຫຼາຍ ຄັ້ງເເຕ່ກໍຍັງບໍ່ສາມາດຕີໄຂ່ ແຕກໄດ້ຈົບເກມ ທີມບານ ເຕະ ຍິງຈາກສະວີເດັນສາມາດ ເອົາຊະນະໄປໄດ້ 2-0 ປະຕູ ເກັບ 3 ຄະແນນໃນນັດ ທຳ ອິດໄດ້ສຳເລັດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ