ວິທະຍາ​ກຽມ​ຝຶກ​ຊ້ອມ​ເຂົ້າຮ່ວມ​ແຂ່ງຂັນ​ເຕັນ​ນິດ​ທີ່​ປະ​ເທດ​ໄທ

ປັດຈຸບັນທ້າວ ວິທະຍາ ລາຊາວະດີ ນັກກິລາເຕັນນິດ ມື 1 ຂອງ ສປປ ລາວ ກຽມ ກັບມາຝຶກຊ້ອມຢູ່ ສປປ ລາວ ເພື່ອເຂົ້າຮ່ວມການແຂ່ງ ຂັນເຕັນນິດ ສິງ ແທັບ ທົວ ແຊ໋ມປ້ຽນຊິບ 2019 ຄັ້ງທີ ll ໃນທ້າຍເດືອນມິຖຸນານີ້ ທີ່ປະ ເທດໄທ.

ທ້າວ ວິທະຍາ ລາຊາວະ ດີ ໄດ້ໃຫ້ສໍາພາດວ່າ: ພາຍຫລັງໄດ້ເຂົ້າຮ່ວມການແຂ່ງຂັນເຕັນນິດສິງ ແທັບ ທົວ ແຊ໋ມປ້ຽນຊິບ 2019 ຄັ້ງທີ 1 ຈັດຂຶ້ນລະຫວ່າງວັນທີ 1-9 ມິຖຸນານີ້ ໜ້າເສຍດາຍຕົນເອງໄດ້ບາດເຈັບກະທັນຫັນ ໃນໄລຍະລົງສະໜາມແຂ່ງ ຂັນ ຮອບ 32 ຄົນສຸດທ້າຍ ໃນເຊັດທີ 3  ສົ່ງຜົນໃຫ້ກຳມະການຕັດສິນຕ້ອງຍົກ ໄຊຊະນະໃຫ້ Syed Mohd Ag Syed Naguib ນັກ ກິລາປະເທດມາເລເຊຍ ຜ່ານເຂົ້າໄປຫລິ້ນໃນຮອບ ຕໍ່ໄປ.

ທ້າວ ວິທະຍາ ລາຊາວະ ດີ ຍັງເວົ້າຕື່ມອີກວ່າ: ໜ້າເສຍ ດາຍທີ່ສຸດທີ່ຕົນເອງບໍ່ໄດ້ ມີເວລາຝຶກຊ້ອມ ແລະ ເຂົ້າ ຮ່ວມແຂ່ງຂັນຢ່າງຕໍ່ເນື່ອງຕະຫຼອດໄລຍະ 6 ປີ ຜ່ານມາ ເພາະວ່າເນັ້ນການຮຽນຢ່າງດຽວ ພາຍຫລັງຈົບການສຶກສາແລ້ວ ຕົນເອງ ຈຶ່ງໄດ້ລົງສະໜາມຝຶກຊ້ອມພຽງໄລຍະ ສັ້ນເພື່ອເຂົ້າຮ່ວມການແຂ່ງ ຂັນລາຍການເຕັນນິດສິງແທັບທົວ ແຊ໋ມປ້ຽນຊິບ 2019 ຄັ້ງທີ 1 ຜ່ານການ ແຂ່ງຂັນໃນຮອບ 32 ຄົນ ສຸດທ້າຍ ຕົນເອງກໍໄດ້ຖອນຕົວແບບກະທັນຫັນຍ້ອນ ອາການບາດເຈັບ ດັ່ງນັ້ນ, ຕົນເອງຈຶ່ງຕ້ອງກັບຄືນ ຝຶກຊ້ອມ ແລະ ເກັບຕົວ ທີ່ນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມການແຂ່ງສິງ ແທັບ ທົວ ແຊ໋ມປ້ຽນຊິບ 2019 ຄັ້ງ ທີ ll ຈະຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ປະເທດໄທ.

ການແຂ່ງຂັນເຕັນນິດ ສິງ ແທັບ ທົວ ແຊ໋ມປ້ຽນຊິບ 2019 ຄັ້ງທີ 1 ມີຜູ້ເຂົ້າ ຮ່ວມຊີງໄຊເຖິງ 100 ກວ່າ ຄົນ, ໃນນັ້ນ ມີນັກກິລາ ທີ່ ມາຈາກປະເທດຝຣັ່ງ, ມາເລເຊຍ, ມຽນມາ, ໄທ ແລະ ລາວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ