ອົບຮົມວິຊາຊີບໃຫ້ແມ່ຍິງດ້ອຍໂອກາດຢູ່ແຂວງເຊກອງ

ແມ່ຍິງດ້ອຍໂອກາດ ຫລາຍສີບຄົນຢູ່ແຂວງເຊ ກອງໄດ້ຮັບການຍົກລະດັບ   ວີຊາຊີບ ຕັດຫຍີບ ແລະ ເສີມ ຄວາມງາມ ຢູ່ສູນຝຶກອົບຮົມ ວີຊາຊີບແຂວງ, ພາຍຫລັງໄດ້ ຮັບການສະໜັບສະໜູນຈາກກະຊວງສະເໝີພາບບົດ    ບາດ ຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫລີ ໂດຍຜ່ານສູນ ກາງອົບຮົມແມ່ຍິງລາວ. ເຊິ່ງການຝຶກອົບຮົມດັ່ງກ່າວ ຂຶ້ນໃນວັນທີ 3 ມິຖຸນານີ້, ໄປຈົນຮອດຕົ້ນເດືອນສິງຫາ 2019, ໂດຍມີວິຊາຕັດຫຍິບ 15 ທຶນ ແລະ ເສີມຄວາມງາມ 12 ທຶນລວມມີມູນຄ່າ 228 ລ້ານກວ່າກີບ, ພາຍຫລັງສໍາ ເລັດຊຸດອົບຮົມນີ້ແລ້ວ ກໍຈະ ເປີດຊຸດອົບຮົມງວດຕໍ່ໄປ ໃຫ້ແມ່ຍິງດ້ອຍໂອກາດໃນ ແຂວງສາລະວັນ ແລະ ອັດ ຕະປືຕໍ່ໄປ.

ນັບແຕ່ໃນປີ 2018 ຜ່ານ ມາ, ໄດ້ສໍາເລັດການອົບຮົມ ວິຊາຕັດຫຍິບແລ້ວ 3 ຊຸດ, ມີຜູ້ເຂົ້າຮ່ວມ 48 ຄົນ ແລະ  ອົບຮົມວິຊາເສີມຄວາມງາມ ໄດ້ 2 ຊຸດມີຜູ້ເຂົ້າຮ່ວມ 28  ຄົນ ແລະ ສົ່ງພະນັກງານໄປ ຝຶກອົບຮົມວິຊາຊີບເສີມ ຄວາມງາມ  2 ຄົນ, ປຸງແຕ່ງ 2 ຄົນ ເພື່ອສ້າງເປັນຄູຝຶກ ປະຈໍາສູນ, ພ້ອມທັງໄດ້ສົ່ງ ລົງຝຶກງານ ຢູ່ສູນພັກຊົ່ວ ຄາວຂອງຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊແຂວງ ອັດຕະປື ແລະ ຢູ່ຮ້ານຕັດ ເຄື່ອງຕ່າງໆພາຍໃນແຂວງ ເພື່ອແນໃສ່ສ້າງອາຊີບ   ແລະ ວຽກເຮັດງານທໍາໃຫ້ ກັບແມ່ຍິ່ງທີ່ດ້ວຍໂອກາດ ສາມາດສ້າງລານຮັບ ແລະ ປັບປຸງຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ