ຈີນ​ຈະ​ຂຶ້ນບັນຊີ​ດຳ​ບັນດາ​ບໍລິສັດ​ຂອງ​ຕ່າງປະ​ເທດ

  ລັດຖະມົນຕີກະຊວງ ການຄ້າຂອງຈີນ, ໃນວັນທີ  31 ພຶດສະພານີ້ໃຫ້ຮູ້ວ່າ: ເຂົາ ຈະປະກາດບັນຊີລາຍຊື່ບໍລິ  ສັດ “ທີ່ບໍມີມີຄວາມເຊື່ອໝັ້ນ” . ໃນບັນຊີລາຍຊື່ນັ້ນ ຈະລວມມີ “ ບໍລິສັດ, ການຈັດຕັ້ງ ແລະ ບຸກຄົນ ຂອງຕ່າງປະ ເທດທີ່ບໍ່ປະຕິບັດຕາມຫຼັກ ການຂອງເສດຖະກິດຕະຫຼາດ, ອອກແລວທີ່ໄດ້ສັນຍາກັນ, ວາງມາດຕະການຂວໍ້າບາດ ຫຼື ບໍ່ຕອບສະໜອງໃຫ້ແກ່ທຸ ລະກິດຂອງຈີນ ດ້ວຍຈຸດປະ ສົງຍົກເລີກການຄ້າທີ່ໄດ້ ສ້າງ ຄວາມເສຍຫາຍທີ່ຮ້າຍແຮງ ໃຫ້ແກ່ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງບັນດາບໍລິ ສັດຂອງຈີນ ”

ການປະກາດດັ່ງກ່າວມີຂຶ້ນໜຶ່ງວັນກ່ອນ ປັກກິງຈະເພີ່ມມູນຄ່າອັດຕາພາສີ 60 ຕື້ ໂດລາ ຕໍ່ສິນຄ້າຂອງ ສະຫະ ລັດ ອາເມລິກາ ເພື່ອຕອບ ໂຕ້ການເພີ່ມອັດຕາພາສີຂອງອາເມລິກາຕໍ່ສິນຄ້າຂອງຈີນ 200 ຕື້ໂດລາ. ປັກກິ່ງ ຈະປະ ກາດບາງວິທີການຕ້ານຄືນ ກັບບັນດາບໍລິສັດທີ່ນອນຢູ່ ໃນບັນຊີດຳ.

ທ່າທີຂອງຈີນ, ປາກົດວ່າ ຈະເປັນການກົດດັນຕໍ່ບັນດາ ບໍລິສັດຂອງຕ່າງປະເທດໃຫ້ ສືບຕໍ່ການພົວພັນການຄ້າກັບຫົວເຫວີຍ. ເດືອນກ່ອນນີ້, ວໍ ຊິງຕັນໄດ້ຫ້າມບັນດາບໍລິສັດຂອງຕົນຂາຍອຸປະກອນໃຫ້ ຫົວເຫວີຍ ຖ້າຫາກບໍ່ໄດ້ ຮັບການເຫັນດີຈາກອຳນາດຂອງລັດຖະບານ, ພ້ອມດຽວກັນນັ້ນກໍຫ້າມບັນດາຫົວໜ່ວຍ ທຸລະກິດຂອງສະຫະລັດນຳ ໃຊ້ອຸປະກອນໂທລະຄົມຂອງກຸ່ມບໍລິສັດຂອງຈີນ.

ກູເກິນ ແລະ ບໍລິສັດອື່ນ ຈຳນວນໜຶ່ງທີ່ຜະລິດ ຊີບ ເຊັ່ນ: Intel, Qualcomm, Xilinx ແລະ Broadcom ໄດ້ຕັດການພົວພັນກັບ ຫົວ ເຫວີຍ. Microsoft ເປັນ ບໍລິສັດອອກແບບ ຊີບຂອງ ອັງກິດ ARM, ບໍລິສັດມືຖື ອັງກິດ Vodafone ແລະ Panasonic ຂອງຍີ່ປຸ່ນ ກໍມີ ທ່າທີແບບດຽວກັນ.

Rajiv Biswas ເປັນ ບໍລິສັດຕອບສະໜອງຂໍ້ມູນ ຂ່າວສານ IHS Markit ໃຫ້ຮູ້ວ່າ: ການຂຶ້ນບັນຊີດຳ ຂອງຈີນ ແມ່ນວິທີການ “ໝາມປັກເອົາໝາມບົ່ງ ເພື່ອ ສະແດງໃຫ້ເຫັນວ່າ, ຈີນແນ ໃສ່ບັນດາບໍລິສັດ ຂອງສະຫະ ລັດເປັນຕົ້ນຕໍ ” .

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ