ທ່ານນາຍົກລັດຖະມົນຕີເນັ້ນຫຼາຍບັນຫາສໍາຄັນໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່

ໃນໂອກາດໂອ້ລົມກອງປະຊຸມສະຫຼຸບຕີລາຄາ, ຖອດຖອນບົດຮຽນ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ຈັດຂຶ້ນໃນວັນທີ 3-4 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຊຶ່ງໄດ້ເນັ້ນໃຫ້ຄະນະນໍາກະຊວງດັ່ງກ່າວເອົາໃຈໃສ່ຫຼາຍບັນຫາສໍາຄັນດັ່ງນີ້: ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່: ຕ້ອງກຳແໜ້ນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ຕ້ອງໄປຄຽງຄູ່ກັບການອະນຸລັກ ແລະ ບູລະນະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ເພື່ອໃຫ້ບັນລຸຕາມທິດທາງ ແລະ ເປົ້າໝາຍໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ 70 % ໃນປີ 2020. ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ມີການຕີລາຄາ ແລະ ປະເມີນຜົນຢ່າງຮັດກຸມ ແລະ ຖີ່ຖ້ວນທີ່ສຸດເພື່ອນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ສົ່ງຜົນກະທົບຕໍ່ທຳມະຊາດສິ່ງແວດລ້ອມແລະການສູນເສຍຊັບພະຍາກອນທຳມະຊາດໜ້ອຍທີ່ສຸດ.
ຂົງເຂດພະລັງງານ: ຕ້ອງເພີ່ມທະວີເອົາໃຈໃສ່ຄຸ້ມຄອງການກໍ່ສ້າງໂຄງການຜະລິດພະລັງງານໄຟຟ້າໃຫ້ມີຄຸນນະພາບ ແລະ ມາດຕາຖານສາກົນ.
ຕ້ອງມີແຜນອັນລະອຽດ ແລະ ຊັດເຈນ, ການກວດສອບ-ກວດກາຄວາມປອດໄພຂອງເຂື່ອນ ໂດຍຕ້ອງສຸມໃສ່ຕິິດຕາມ ກວດກາສະພາບການຄຸ້ມຄອງ-ບໍລິຫານ ແລະ ການຈັດການນໍ້າຢູ່ແຕ່ລະເຂື່ອນຜະລິດໄຟຟ້າໃນທົ່ວປະເທດ ເພື່ອຮັບປະກັນໃຫ້ແຕ່ລະເຂື່ອນແຕ່ລະແຫ່ງມີຄວາມໜັ້ນຄົງ-ປອດໄພ, ສາມາດຮອງຮັບສະພາບດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ, ເອົາໃຈໃສ່ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ທີ່ມີໂຄງການເຂື່ອນໄຟຟ້າຕັ້ງຢູ່ ເພື່ອຕິດຕາມ, ກວດກາສະພາບການຄຸ້ມຄອງ-ບໍລິຫານ-ຈັດການນໍ້າຂອງແຕ່ລະເຂື່ອນໄຟຟ້າຢ່າງໃກ້ຊິດ. ປັບປຸງໂຄງສ້າງລາຄາໄຟຟ້າແລະ ການປະຕິບັດຕາມລາຄາໃໝ່ສໍາລັບພາກທີ່ຢູ່ອາໃສ, ພ້ອມທັງສືບຕໍ່ປັບປຸງຂອດໃຫ້ການບໍລິການ ແລະ ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຄຸນນະພາບຂອງການບໍລິການ ເພື່ອປັບປຸງຕົວຊີ້ວັດການດຳເນີນທຸລະກິດ ໃຫ້ດີຂຶ້ນ. ເອົາໃຈໃສ່ການບໍລິການໃຫ້ແກ່ສັງຄົມ ໃຫ້ມີຄວາມສະດວກ ແລະ ຖືກຕ້ອງໂປ່ງໃສ (ການຈົດຕົວເລກ ໝໍ້ນັບໄຟ), ຮັບປະກັນສະຖຽນລະພາບໃນການສະໜອງໄຟຟ້າ. ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມກວດກາບັນດາກິດຈະການໄຟຟ້າປະເພດຕ່າງໆ ຢ່າງເຂັ້ມງວດ, ພັດທະນາລະບົບສາຍສົ່ງ ແລະສະຖານີໄຟຟ້າ, ປັບປຸງການກຳນົດແຜນພັດທະນາວຽກງານພະລັງງານ. ຂົງເຂດແຮ່ທາດ: ຕ້ອງໄດ້ເພີ່ມທະວີຄຸ້ມຄອງກິດຈະການບໍ່ແຮ່ ໃນທົ່ວປະເທດໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບສູງກວ່າເກົ່າ, ຄຸ້ມຄອງການຈັດຕັັ້ງປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ເພື່ອຫຼີກລ້ຽງການລົງທຶນທີ່ບໍ່ມີປະສິດທິຜົນ ຈັບຈອງໂຄງການໄວ້ ໂດຍບໍ່ພັດທະນາ. ພ້ອມທັງເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ການອະນຸມັດ. ເອົາໃຈໃສ່ກວດກາ ແລະ ຕິດຕາມບັນດາໂຄງການລົງທຶນຂອງລັດຢ່າງຕໍ່ເນື່ອງ ເພື່ອເພີ່ມລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍ ໂດຍສະເພາະຕ້ອງໄດ້ລົງເລິກວິເຄາະວິໄຈບັນຫາ ແລະ ສາເຫດທີ່ພາໃຫ້ການເຄື່ອນໄຫວດຳເນີນທຸລະກິດຂອງລັດວິສາຫະກິດ ແລະ ບໍລິສັດດັ່ງກ່າວ ບໍ່ມີປະສິດທິຜົນທາງດ້ານເສດຖະກິດ. ພ້ອມນີ້ຕ້ອງໄດ້ປັບປຸງຮອບດ້ານໃຫ້ແທດເໝາະກັບສະພາບຕົວຈິງ. ເພີ່ມການປະສານງານ ແລະ ການຄຸ້ມຄອງລະຫວ່າງສູນກາງແລະທ້ອງຖິ່ນ, ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຕ້ອງຕິດແໜ້ນກັບການຮັບປະກັນຄວາມສັກສິດຂອງການປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ; ຕ້ອງເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ຕ້ອງປະຕິບັດຢ່າງເຄັ່ງຄັດ ແລະ ເຂັ້ມງວດ. ພ້ອມກັນນັ້ນການຕິດຕາມກວດກາ ແລະ ປະເມີນຜົນເປັນແຕ່ລະໄລຍະ, ເຮັດແນວໃດໃຫ້ການພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃຫ້ມີປະສິດຕິຜົນ ແລະ ມີຄວາມຍືນຍົງ. ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳເພື່ອຮັບໃຊ້ໃນຂະແໜງພະລັງງານ ແລ ບໍ່ແຮ່ ແລະ ເປັນບ່ອນອີງໃນການປະຕິບັດຕົວຈິງ. ສືບຕໍ່ຮ່ວມມືທາງດ້ານຍຸດທະສາດ ແລະ ດຶງດູດການລົງທຶນເຂົ້າໃນຂະແໜງພະລັງງານ ໂດຍສະເພາະການເຂົ້າເຖິງຕະຫຼາດຈຳໜ່າຍໄຟຟ້າໃນບັນດາປະເທດໃຫ້ຄຽງໃຫ້ນັບມື້ມີຜົນສຳເລັດດີຂຶ້ນ. ສຳລັບວຽກງານການຮ່ວມມືໃນຂະແໜງແຮ່ທາດ ກໍ່ໃຫ້ສືບຕໍ່ພັດທະນາຊັບພະຍາກອນທໍລະນີໃຫ້ມີຄວາມຍືນຍົງ. ນອກນີ້, ໃຫ້ເອົາໃຈໃສ່ ແຜນການສ້າງພະນັກງານໃນຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມສາມາດ, ມີຄວາມຮູ້ ເພື່ອມາຮັບໃຊ້ການພັດທະນາຂະແໜງຂອງຕົນໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ.

