ກອງ​ເຊຍ ລີ​ເວີ​ພູ ຕາມ​ຫາ​ຜູ້ພົ່ນ​ສະ​ເປ​ໃສ່​ສະຖານ​ທີ່​ສຳຄັນ​ຂອງ​ສະ​ໂມ​ສອນ

ກອງເຊຍສະໂມສອນ ບານເຕະ ລີເວີພູ ປະກາດຊອກ ຫາຜູ້ກໍ່ເຫດທີ່ພົ່ນສະເປໃສ່  ພຣິ້ນ ຣູເພີດ ທາວເວີ້ ເຊິ່ງເປັນ ສັນຍາລັກຂອງສະໂມສອນ ໂດຍຜູ້ກໍ່ເຫດໄດ້ພົ່ນເປັນເລກ ເບີ 6 ເຊິ່ງເຫດການດັ່ງກ່າວ ໄດ້ເກີດຂຶ້ນຫລັງຈາກທີ່ ລີເວີ້ພູ ໄດ້ເເຊ້ມຢູຟາ ແຊ້ມປ້ຽນລີກ ໃນຄືນວັນເສົາທີ່ຜ່ານມາ ຈາກກໍລະນີດັ່ງກ່າວ ກອງເຊຍໄດ້ອອກມາຮຽກ ຮ້ອງໃຫ້ຜູ້ທີ່ເຮັດພຶດຕິກຳ ບໍ່ເໝາະສົມ ໂດຍການພົ່ນສະ ເປເລກເບີ 6 ໃສ່ພຣິ້ນ ຣູເພິດ ທາວເວີ້ (Prince Rupert’s Tower) ທີ່ຕັ້ງຢູ່ໃນສວນ ບຣາວໄຊ ເມືອງລີເວີພູ ເຊິ່ງ ແຟນບານທອບຟີ່ ຄາດວ່າ ເປັນຝີມືຂອງທີມຮ່ວມເມືອງ ເພາະເກີດຂຶ້ນຫລັງຈາກລີ  ເວີພູ ຍາດໄດ້ເເຊ້ມ ເອີຣົບ ສະ ໄໝທີ 6 ໂດຍຫຼາຍ ຄວາມ ເຫັນຕ່າງກໍໂຈມຕີໄປ ທີ່ຄົນ ກະທຳວ່າ “ມັນເປັນເລື່ອງ ທີ່ ໜ້າອາຍມີແຕ່ຄົນໂງ່ເທົ່ານັ້ນ ທີ່ກະທຳແບບນີ້”

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ