ໂຮງຮຽນໃນອິນເດຍຮັບຂີ້ເຫຍື້ອເປັນເຄື່ອງຢາງແທນຄ່າຮຽນ

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມຂ່າວ vnExpress, ວັນທີ 29 ພືດສະພາ ໃຫ້ຮູ້ວ່າ: ເພື່ອຊ່ວຍໃຫ້ພໍ່ແມ່ ແລະ ຄອບຄົວທີ່ທຸກຍາກ ບໍ່ໃຫ້ເອົາລູກໄປອອກແຮງງານຢູ່ຕາມບໍ່ຖ່ານຫີນເພື່ອຫາເງິນຄ່າຮຽນ. ໂຮງຮຽນ Akshar Forum ຈຶ່ງມີຫົວຄິດປະດິດ ສ້າງຮຽກຮ້ອງໃຫ້ນັກຮຽນ ເກັບເອົາຂີ້ເຫຍື້ອທີ່ເປັນເຄື່ອງຢາງຈາກຄົວເຮືອນຂອງໃຜລາວ ແລະ ຊຸມຊົນໃກ້ຄຽງ ມາໃຫ້ໂຮງຮຽນ ເພື່ອແທນ ຄ່າຮຽນ. ທ່ານ Borthakur ເວົ້າວ່າ:  “ແນວຄວາມຄິດ ຂອງໂຮງຮຽນແມ່ນເພື່ອ ຊ່ວຍໃຫ້ນັກຮຽນຮູ້ຈັກວິທີ ການດຳລົງຊີວິດທີ່ເປັນມິດກັບສະພາບແວດລ້ອມ” ທ່ານ Priyongsu Borthakur ໃຫ້ຮູ້ວ່າ: ພວກເຂົາໄດ້ເລີ່ມ ຕົ້ນເກັບຂີ້ເຫຍື້ອມາໃຫ້ໂຮງຮຽນແຕ່ປີກາຍພຸ້ນ” . ອີກ ດ້ານ ໜຶ່ງແມ່ນເພື່ອເປັນການ ຫຼີກລ່ຽງບໍ່ໃຫ້ປະຊາຊົນຈູດ ຂີ້ເຫຍື້ອຊະຊາຍ ເປັນມົນ ລະພິດໃຫ້ອາກາດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ