ບຸນບັ້ງໄຟ: ຄວາມປອດໄພ ແລະຮີດຄອງ

ບຸນບັ້ງໄຟ ແມ່ນຮີດຄອງຂອງຄົນລາວມາຫຼາຍເຊັ່ນຄົນແລ້ວ ແລະເປັນເອກະລັກອັນໜຶ່ງຂອງລາວ ແຕ່ມາຮອດປັດຈຸບັນ ເຫດຜູ້ຄົນໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກບຸນບັ້ງໄຟ ມີໃຫ້ເຫັນເກືອບທຸກປີ ອັນນີ້ເປັນສັນຍານວ່າ ພວກເຮົາ ຍັງຈະເຮັດຄືເກົ່າບໍ່?
ເຫດບັ້ງໄຟ ຕຳຫົວເດັກນ້ອຍຊາຍ ອາຍຸ 8 ປີ ໃນວັນທີ 4 ພຶດສະພາ 2019 ໃນບຸນບັ້ງໄຟ ຂອງບ້ານ ໂພນໄຊ ແຂວງວຽງຈັນ ແລະເສຍຊີວິດ ເມື່ອເວລາຕໍ່ມາ ໄດ້ສ້າງຄວາມເສົ້າສະຫຼົດຕໍ່ຄອບຄົວ ແລະສັງຄົມຢ່າງຍິ່ງ. ເຫດການດັ່ງກ່າວ ແມ່ນເກີດຈາກການຈູດບັ້ງໄຟນ້ອຍ ທີ່ແມ່ຄ້າ ເອົາມາຂາຍໃນງານ ເຊິ່ງຜູ້ຈູດກໍເປັນຊາຍສະກັນ ທີ່ບໍ່ຮູ້ເທົ່າເຖິງການ ແລະຖືກຕຳຫຼວດ ກັກໃນໄລຍະຕໍ່ມາ.
ຫຼັງຈາກນັ້ນ ສອງອາທິດ ຄືວັນທີ 18 ພຶດສະພາ 2019 ກໍມີເຫດການ ບັ້ງໄຟຕຳຫົວເດັກນ້ອຍຍິງ ເສຍຊີວິດອີກ, ເທື່ອນີ້ ເກີດຂຶ້ນຢູ່ ບ້ານວັງຄີ, ເມືອງຫີນເຫີບ ແຂວງວຽງຈັນ. ເດັກນ້ອຍຄົນດັ່ງກ່າວ ອາຍຸໄດ້ພຽງ 6 ປີ ເທົ່ານັ້ນ. ເຫດການຄັ້ງນີ້ ກໍແມ່ນເກີດຈາກບັ້ງໄຟນ້ອຍ ອີກ ເຊິ່ງເປັນເລື່ອງໜ້າເສົ້າເປັນທີ່ສຸດ.
ໃນເວລາ ໄລເລ່ຍກັນ ກໍມີເຫດການ ບັ້ງໄຟ ຕົກໃສ່ເຮືອນປະຊາຊົນ ຢູ່ບ້ານນາຊອນ ເມືອງປາກງຶ່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນບ້ານທີ່ມີ ຊື່ສຽງ ເລື່ອງ ບຸນບັ້ງໄຟ ແຫ່ງໜຶ່ງເຊັ່ນກັນ, ເປັນຈັ່ງໂຊກ ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ແຕ່ກໍອາດສະເທືອນຈິດໃຈ ຜູ້ເປັນເຈົ້າຂອງເຮືອນບໍ່ແມ່ນໜ້ອຍ.
ຈາກບັນດາເຫດການທີ່ເກີດຂຶ້ນ ທັງປີນີ້ ແລະປີຜ່ານມານັ້ນ ໄດ້ເຮັດໃຫ້ຜູ້ຄົນໃນສັງຄົມ ເກີດມີການຖົກຖຽງກັນວ່າ ຈະເອົາອັນໃດ ລະຫວ່າງ ຮີດຄອງວັດທະນະທຳ ແລະ ຄວາມປອດໄພ ທາງຊີວິດ ແລະຊັບສິນຂອງຜູ້ຄົນ?
ບຸນບັ້ງໄຟ ແມ່ນມີການສະເຫຼີມສະຫຼອງມາແຕ່ດົນນານແລ້ວ, ກາຍເປັນເອກະລັກ ແລະສາມາດດຶງດູດຄວາມສົນໃຈ ຈາກຊາວລາວ ແລະຄົນຕ່າງປະເທດບໍ່ໜ້ອຍ. ຕາມຄວາມເຊື່ອແລ້ວ ການເຮັດບຸນບັ້ງໄຟ ແມ່ນການຂໍໃຫ້ ຝົນຕົກຕາມລະດູການ ເພື່ອໃຫ້ມີນ້ຳພຽງພໍ ຕໍ່ການຜະລິດຂອງປະຊາຊົນ ເຊິ່ງເປັນເລື່ອງທີ່ສວາຍງາມ ທີ່ພວກເຮົາປະຕິບັດກັນສືບມາ.
ພວກເຮົາອາດເຂົ້າໃຈກັນດີວ່າ ໃນອາດີດນັ້ນ ປູຍ່າ ຕາຍາຍ ເພິ່ນມີເນື້ອທີ່ ທີ່ບໍ່ມີຜູ້ຄົນອາໄສຢູ່ນັ້ນ ຢ່າງກວ້າງຂວາງ ແລະບໍ່ມີບັ້ງໄຟ ນ້ອຍ ທີ່ຜູ້ຄົນສາມາດຊື້ ແລະຈູດຊະຊາຍຄືດຽວນີ້, ເພາະສະນັ້ນ ຄວາມສ່ຽງ ໃນການເກີດອຸບັດເຫດ ອາດມີຕ່ຳກວ່າ ເຊິ່ງກົງກັນຂ້າມ ຄືທຸກມື້ນີ້ ປະຊາຊົນເພີ່ມຂຶ້ນ ເຮືອນຊານ ກໍຢັ່ງຢາຍ ໄປທົ່ວທຸກບ່ອນ, ບວກກັບ ທ່າອ່ຽງທີ່ວ່າ ພວກເຮົາ ໄດ້ເອົາ ງານບຸນ ບັ້ງໄຟ (ແລະບຸນ ອື່ນໆ) ເປັນເຫດຜົນ ໃນການດຶ່ມເຫຼົ້າ ເມົາສຸລາ ຍິ່ງເພີ່ມຄວາມສ່ຽງຕໍ່ການເກີດ ເຫດທີ່ບໍ່ເພິ່ງປາຖະໜານີ້.
ເພາະສະນັ້ນ, ປະຊາຊົນ ຈຳນວນຫຼວງຫຼາຍ ຈຶ່ງຮຽກຮ້ອງວ່າ ການຈັດງານບຸນບັ້ງໄຟ ເຊິ່ງເປັນການຮັກສາ ຮີດຄອງຂອງພວກເຮົານັ້ນ ຕ້ອງເອົາຄວາມປອດໄພມາກ່ອນ, ເລີ່ມຈາກ ການຫ້າມ ຈຳໜ່າຍ ແລະຈູດບັ້ງໄຟນ້ອຍ ຊະຊາຍ, ການສຳຫຼວດ ພື້ນທີ່ ແລະມາດຕະຖານ ຕ່າງໆ ຂອງ “ຄັ້ງຈູດບັ້ງໄຟ” ຈົນຮອດ ຂະໜາດບັ້ງໄຟ ຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນຄວາມສ່ຽງ ຕໍ່ການສູນເສຍທີ່ບໍ່ຕ້ອງການນັ້ນລົງ.
ພ້ອມນັ້ນ, ອາດສົ່ງເສີມ ການປະກວດຄວາມງາມການເຮັດບຸນບັ້ງໄຟ ເລີ່ມຈາກ ການປະດັບດາ ບັ້ງໄຟ, ການແຫ່ ແລະ ອື່ນໆ ເພື່ອດຶງດູງນັກທ່ອງທ່ຽວ ແທນທີ່ຈະສົ່ງເສີມການ ຈູດທີ່ນຳມາເຊິ່ງຄວາມສ່ຽງດັ່ງກ່າວ ຫຼື ວິທີທາງອື່ນ ເພື່ອຫັນເອົາ ຄວາມເປັນເອກະລັກນີ້ ໜີຈາກຄວາມອັນຕະລາຍ ກາຍເປັນສິ່ງງົດງາມຂອງ ວິຖີຊີວິດຊາວລາວສືບຕໍ່ໄປ.

