ແລ່ນລານລາວມີຜົນງານດີຕໍ່ເນື່ອງສາມາດຍາດໄດ້ຫລຽນຄຳ

ໂດຍ: ກາບແກ້ວ
ສະຫະພັນແລ່ນ-ລານ ແຫ່ງຊາດລາວ ໄດ້ສົ່ງນັກກິລາທີມຊາດເຂົ້າຮ່ວມການແຂ່ງຂັນແລ່ນ-ລານໃນລາຍການ ໄທແລນໂອເພັນ 2019 ທີ່ຈັດຂຶ້ນໃນລະຫວ່າງວັນທີ 18-21 ພຶດສະພານີ້, ທີ່ບາງກອກປະເທດໄທ ແລະ ສາມາດຍາດໄດ້ 1 ຫລຽນ ຄໍາ, 2 ຫລຽນເງິນ, 1 ຫລຽນທອງ.
ທ້າວ ອານຸສອນ ໄຊສາ ນັກກິລາແລ່ນ-ລານ ທີມຊາດ ລາວ ໄດ້ໃຫ້ສໍາພາດວ່າ: ການແຂ່ງຂັນຄັ້ງນີ້ຖືວ່ານັກກິລາ ລາວເຮົາໄດ້ສ້າງຜົນງານ ຢ່າງໂດດເດັ່ນ, ໂດຍຍາດໄດ້ 1 ຫລຽນຄໍາ ຈາກ ທ້າວ ອານຸສອນ ໄຊສາ ລາຍການ 110 ຂ້າມຮົ້ວ, 2 ຫລຽນເງິນ ຈາກນາງ ໄຂມາ ພົນຍະໄຊ ລາຍການ ເຕັ້ນຍາວ ແລະ 4×100 ; ສ່ວນ ຫລຽນທອງ ຈາກ ນາງ ມະນີວັນ ຈັນທະວົງ ລາຍການ 100 ຂ້າມຮົ້ວຍິງ./.


