ຜູ້​ຕັດສິນ​ບານ​ເຕະ​ຊາວ​ໂບລີ​ເວ​ຍ ​ເສຍ​ຊີວິດ​ຂະນະ​ຕັດສິນ

ເກີດເຫດການເສົ້າໃນວົງການບານເຕະອີກຄັ້ງເມື່ອ ວິກຕໍ ຮີວໂກ້ ເຮີຕາໂດ້ (Victor Hugo Hurtado) ຜູ້ຕັດສິນບານເຕະຊາວໂບລີເວຍ ອາຍຸ 31 ປີ ຫົວໃຈ ວາຍ ຄາສະໜາມ, ຂະນະກຳ ລັງຕັດສິນການແຂ່ງຂັນ ເຕະບານລີກຂອງປະເທດໃນວັນທີ 20 ພຶດສະພາ 2019 ຜ່ານມາ, ຄູ່ລະຫວ່າງ ສະໂມ ສອນ Always Ready ພົບກັບ Oriente Petrolero ຢູ່ສະໜາມ Municipal    Stadium ໃນເມືອງເອວ ອາໂຕ້ (El Alto) ທີ່ມີຄວາມສູງກວ່າໜ້ານໍ້າທະເລ 3.900m (12,795 ຟຸດ).

ວິກຕໍ ຮີວໂກ້ ເຮີຕາໂດ້ ລົ້ມຟຸບຄາສະໜາມໃນການ ຕັດສິນຕົ້ນເຄິ່ງເວລາທີ ສອງ ໃນນາທີ 47 ແພດພະຍາຍາມຊ່ວຍຊີວິດຂອງຜູ້ຕັດ ສິນທ່ານນີ້ຢ່າງສຸດຄວາມ ສາມາດທັງໃນສະໜາມ  ແລະ ຢູ່ໂຮງໝໍແຕ່ບໍ່ສາມາດກອບ ກູ້ຊີວິດກັບມາໄດ້.

ທາງດ້ານສະຫະພັນ ບານເຕະໂບລີເວຍລວມທັງ ສະໂມສອນບານເຕະຕ່າງໆ, ຄູຝຶກ, ນັກກິລາ ແຟນບານ ໄດ້ຮ່ວມກັນສະແດງຄວາມ ເສຍໃຈຕໍ່ຄອບຄົວ ແລະ ໄວ້ ອາໄລ ຢ່າງສຸດຊຶ້ງກັບການ ຈາກໄປຂອງ ວິກຕໍ ຮີວໂກ້  ເຮີຕາໂດ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ