ນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມຣັດເຊຍ, ນອັກແວ ແລະ ສະວີເດັນ

ຮຽບຮຽງໂດຍ: ລູກເມືອງພວນ

ໂດຍຕອບສະໜອງຄຳ ເຊື່ອເຊີນຂອງນາຍົກລັດຖະມົນຕີສະຫະພັນ ຣັດເຊະຍ Dmitri Medvedev, ນາຍົກ ລັດຖະມົນຕີ ນອັກແວ Erna Solberg ແລະ ນາຍົກລັດຖະມົນຕີສະວິເດັນ Stefan Löfven, ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງຂອງຫວຽດນາມໄດ້ ເດີນທາງໄປຢ້ຽມຢາມ ບັນດາ ປະເທດດັ່ງກ່າວ ໃນວັນທີ 20 ພຶດສະພາພ້ອມດ້ວຍຮອງນາຍົກລັດຖະມົນຕີ ຈິງ ດິງຢຸງ, ຫົວໜ້າຫ້ອງການ ລັດຖະ ບານມາຍຕຽນຢຸງ ແລະ ລັດຖະມົນຕີກະຊວງການຄ້າ, ກະຊວງ ວິທະຍາ ສາດ-ເທັກໂນໂລຊີ, ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ກະຊວງປ້ອງກັນຄວາມສະຫງົບ  ແລະ ທ່ານ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳສະຫະ ພັນ ຣັດເຊຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ພັດທະນາຊົນະບົດ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ  ແລະ ການ ນຳທ້ອງຖິ່ນຈຳນວນໜຶ່ງ.

ການຢ້ຽມຢາມຣັດເຊຍ ຈະເລີ່ມຕົ້ນແຕ່ວັນທີ 20-23 ພຶດສະພານີ້ ເຊິ່ງທັງສອງປະເທດຈະຈັດຕັ້ງສະເຫຼີມສະ ຫຼອງວັນເຊັນສົນທິສັນຍາ ວ່າ ດ້ວຍການສ້າງຕັ້ງສາຍພົວ ພັນຮ່ວມມືມິດຕະພາບຫວຽດ ນາມ-ຣັດເຊຍ ຄົບຮອບ 25 ປີ(1994-2019) ແລະ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ (1950-2020) ເພື່ອເປັນການຢັ້ງຢືນຄືນວ່າ: ຫວຽດນາມໃຫ້ຄວາມສຳຄັນ ຕໍ່ສາຍພົວພັນ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານຫວຽດນາມ-ຣັດເຊຍ, ເພື່ອຊຸກຍູ້ການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫ່ວາງສອງປະເທດແຂງແຮງກ່ວາເກົ່າ.

ສ່ວນການຢ້ຽມຢາມ ນອັກແວ ແມ່ນລະຫ່ວາງວັນທີ 24-26 ພຶດສະພາ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນກ່ວາເກົ່າ, ມີປະສິດທິຜົນກວ່າ ເກົ່າ. ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງນາຍົກ ລັດຖະມົນຕີຫວຽດນາມນັບແຕ່ປີ 1999 ເປັນຕົ້ນມາ.

ການຢ້ຽມຢາມຄັ້ງນີ້ ແມ່ນມີຂຶ້ນເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນ  ການທູດຫວຽດນາມ-ນອັກແວຄົບຮອບ 50 ປີ(1971- 2021).  ເປັນປະເທດທຳອິດຂອງເອີຣົບ ທີ່ສ້າງສາຍພົວພັນການທູດກັບຫວຽດນາມ.

ການຢ້ຽມຢາມ ສະວິເດັນ ຈະມີຂຶ້ນໃນລະຫວ່າງ ວັນທີ 26-28 ພຶດສະພານີ້, ເພື່ອຢັ້ງຢືນເຖິງການຍົກສູງການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມທີ່ໄດ້ຮັບການຖະນຸບຳລຸງຂອງລັດຖະບານສອງປະເທດຕະຫຼອດ 50 ປີທີ່ຜ່ານມາ ແລະ ການຢ້າຽມຢາມເທື່ອນີ້ກໍເປັນເທື່ອທຳອິດທີ່ນາ ຍົກລັດຖະມົນຕີຂອງຫວຽດນາມຢ້ຽມຢາມ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ