ສິ່ງ​ທ້າ​ທາຍ​ຈາກ​ລະບົບ​ສື່ສານ​ຍຸກ​ໃໝ່

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ

ມື້ນີ້ ຜູ້ຂຽນໄດ້ສັນຫາມາ ຕ້ອນຜູ້ອ່ານມີແຕ່ເລື່ອງບົດ ຮຽນດີໆມີປະໂຫຍດກ່ຽວກັບນະໂຍບາຍມາດຕະການຂອງບ້ານເພິ່ນເມືອງທ່ານໃນການແກ້ໄຂສິ່ງທ້າທາຍທີ່ເປັນເງົາຕາມຕົວຂອງຍຸກດີຈີຕອນ,  ຍຸກແຫ່ງເຕັກໂນໂລຊີຂໍ້ມູນ ຂ່າວສານທີ່ໂດດຂັ້ນ.

ຢູ່ປະເທດການາດາລັດຖະບານຂອງປະເທດນີ້ຮ້ອນຮົນກະວົນກະວາຍຍ້ອນເຫັນວ່າລະບົບສື່ສັງຄົມອອນລາຍໄດ້ກືນກິນສື່ສິ່ງພິມຢ່າງໄວວາ, ໂດຍມີສະຖິຕິທີ່ຊີ້ບອກວ່າໃນພຽງ 10 ປີຜ່ານມາສື່ ສິ່ງພິມກວ່າ 250 ຊະນິດໄດ້ ຖືກສູນພັນໄປຕໍ່ໜ້າຕໍ່ຕາເຮັດ ໃຫ້ລາຍຮັບຈາກສື່ປະເພດນີ້ຫລຸດລົງ 40%.

ແນ່ນອນເມື່ອ ເປັນແນວນີ້, ທາງການການາດາຈະ ຍອມບໍ່ໄດ້ເດັດຂາດ ດັ່ງນັ້ນຈິ່ງ ໄດ້ປະກາດແຜນການຊ່ວຍ ຂະແໜງສື່ສານລະບົບສື່ສິ່ງພິມດ້ວຍນະໂຍບາຍພິເສດໃນການຍົກເວັ້ນ ຫລື ຫລຸດພາສີ.

ໃນວັນທີ 21 ພະຈິກ 2018, ທ່ານລັດຖະມົນຕີ ການເງິນການາດາໄດ້ອອກມາປະກາດເປັ້ງໆວ່າ: ແຜນ ຍົກເວັ້ນ ຫລື ຫລຸດພາສີດັ່ງກ່າວຈະມີມູນຄ່າປະມານ 453 ລ້ານໂດລາສະຫະລັດພາຍໃນ 5 ປີຕໍ່ໜ້າ. ນະໂຍບາຍສົ່ງເສີມວຽກສື່ສານນີ້ຈະຊຸກຍູ້ທັງສື່ດີຈິຕອນ ແລະ  ສື່ສິ່ງພິມໄປພ້ອມໆກັນ ແລະ  ສົ່ງເສີມປົກປ້ອງສຳນັກງານຂ່າວສານເອກະລາດ.

ບາດນີ້ພວກເຮົາໂງມາ ເບິ່ງປະເທດອິນໂດເນເຊຍ, ເຊິ່ງເປັນປະເທດຄອບຄົວໃຫຍ່ ໃນອາຊຽນຂອງພວກເຮົາ, ເຊິ່ງກໍມີຂ່າວທີ່ບອກວ່າບັນ ດາອົງການຈັດຕັ້ງຂະແໜງສື່ໄດ້ຍື່ນຮ່າງກົດໝາຍເພື່ອ ຄວບຄຸມສື່ສັງຄົມອອນລາຍ ໃຫ້ເດັດຂາດກວ່າເກົ່າ. ໃນປັດ ຈຸບັນ, ຄົນອິນໂດເນເຊຍ ທີ່ໃຊ້ອິນເຕີເນັດເປັນປະຈຳນັ້ນ ມີເຖິງ 130 ລ້ານຄົນ (ໃນຈຳ ນວນພົນລະເມືອງກວ່າ 160 ລ້ານຄົນ) ຈຸດປະສົງຂອງກົດໝາຍແມ່ນແນໃສ່ສະກັດກັ້ນການແຜ່ລະບາດຂອງ ຂ່າວປອມ, ເນື້ອໃນທີ່ກໍ່ ໃຫ້ເກີດຄວາມກຽດຊັງ, ອາຄາດບາດໝາງ ກໍຄືເນື້ອໃນການໂຄສະນາຂອງກຸ່ມຫົວຮຸນແຮງຕ່າງໆ.

ການລະບາດຂອງຂ່າວ ບໍ່ດີເຫລົ່ານີ້ຜ່ານສັງຄົມອອນລາຍນັ້ນ ແມ່ນມາຈາກກຸ່ມການເມືອງທີ່ແກ່ງແຍ່ງກັນ ຈາກກຸ່ມນິກາຍຕ່າງໆ ແລະ ຈາກພາກສ່ວນ ອະນຸຮັກນິຍົມທາງສາສະໜາ ແລະ ອີກຂ່າວໜຶ່ງທີ່ເກີດຂຶ້ນຢູ່ອິນໂດເນເຊຍຫວ່າງບໍ່ດົນມານີ້ ກໍຄືທາງອິນສະຕາແກຣມ (Inst agram) ອົງການເຄືອຂ່າຍສື່ລະດັບແນວໜ້າຂອງໂລກໄດ້ເລີ່ມມາດຕະການກັ່ນຕອງເນື້ອໃນ “ຄອມເມັນ” ທີ່ສ້າງຄວາມກຽດຊັງ ແລະ ລ່ວງລະເມີດ ສິດຢູ່ອິນໂດເນເຊຍ ໂດຍໄດ້ພັດທະນາ ເຄື່ອງມືເຕັກໂນໂລຊີທີ່ ສາມາດຈັບຂໍ້ຄວາມບໍ່ດີແລ້ວຄັດອອກ ຫລື ສະກັດກັ້ນໄວ້ບໍ່ໃຫ້ຖືກເຜີຍແຜ່.

ຢູ່ຫວຽດນາມນັ້ນກໍມີ ຂ່າວຫວ່າງທ້າຍປີ 2018 ວ່າ: ທາງເຈົ້າໜ້າທີ່ຕຳຫລວດໄດ້ອອກມາປະກາດເຕືອນສັງຄົມກ່ຽວກັບບັນຫາການຄ້າອະໄວຍະວະມະນຸດ ຜ່ານສື່ສັງຄົມອອນລາຍປະເພດ “ເຟສບຸກ” ເພື່ອໂຄສະນາຈ່າວຂາຍໝາກໄຂ່ຫລັງ.

ຂໍ້ຄວາມປະກາດໄດ້ຊີ້ ບອກວ່າ: ກຸ່ມອາຊະຍາກອນ ໄດ້ໃຊ້ເຄືອຂ່າຍສື່ສັງຄົມ ອອນລາຍເພື່ອຄ້າຂາຍອະ ໄວຍະວະມະນຸດ, ເຊິ່ງໄດ້ ສ້າງຄວາມຫຍຸ້ງຍາກໃນ ການຕິດຕາມຈັບກຸມ ແລະ ຄຳເຕືອນດັ່ງກ່າວອອກມາ ຫລັງຈາກກອງກຳລັງຕຳ ຫລວດນະຄອນຫລວງຮາ ໂນ້ຍສາມາດທັບມ້າງເຄືອ ຂ່າຍອາຊະຍາກອນຄ້າອະ ໄວຍະວະ ມະນຸດລາຍໃຫຍ່ ໄດ້ສຳເລັດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ