ມົນລະພິດສິ່ງແວດລ້ອມ ແລະ ຜົນ ຮ້າຍ ຕາມມາ

ສະພາບມົນລະພິດສິ່ງແວດລ້ອມໃນທຸກມື້ນີ້ ມັນໄດ້ກາຍເປັນບັນຫາຂອງໂລກ ໄປແລ້ວ, ບໍ່ແມ່ນສະເພາະຂອງລັດໃດລັດໜຶ່ງ. ຄຳວ່າ: “ ມົນລະພິດ ” ນັ້ນມັນແມ່ນຫຍັງ?

ຢາກເຂົ້າໃຈວ່າ “ມົນລະພິດສະພາບແວດລ້ອມແມ່ນຫຍັງ?”, ກ່ອນອື່ນໝົດເຮົາຕ້ອງເຂົ້າໃຈວ່າ “ສະພາບແວດລ້ອມ” ແມ່ນຫຍັງສາກ່ອນ. ສະພາບແວດລ້ອມໝາຍເຖິງປັດໃຈທາງທຳມະຊາດ ແລະ ສິ່ງຂອງທີ່ຜະລິດຂຶ້ນຈາກຄົນເຮົາ.  ສອງປັດໃຈດັ່ງກ່າວ ມີການພົວພັນຢ່າງສະໜິດແໜ້ນນຳກັນ ແລະ ຢູ່ອ້ອມຕົວຂອງຄົນເຮົາ, ມັນສົ່ງຜົນກະທົບຕໍ່ການດຳລົງຊີວິດ, ການຄົງຕົວ ແລະ ຂະຫຍາຍຕົວຂອງຄົນເຮົາ ກໍຄືທຳມະຊາດ.

ມົນລະພິດສະພາບແວດລ້ອມແມ່ນຫຍັງ? ແມ່ນປະກົດການ ສະພາບແວດລ້ອມຖືກປ່ຽນແປງ. ບັນດາປັດໄຈທາງດ້ານວັດຖຸ, ເຄມີ, ຊີວະ ຂອງສະພາບແວດລ້ອມຖືກປ່ຽນແປງ ຫຼື ເອີ້ນວ່າ “ ສະພາບແວດລ້ອມຖືກເປິະເປື້ອນ ”. ການປ່ຽນແປງດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ ກໍຄືສິ່ງທີ່ມີຊີວິດອື່ນໆ.

ຮູບຮ່າງການຄົງ​ຕົວຂອງມົນລະພິດສະພາບແວດລ້ອມ: ມີ 3 ຮູບຮ່າງດັ່ງນີ້:

1.ມົນລະພິດທາງນໍ້າ: ແມ່ນການປ່ຽນແປງທາງລົບ, ຊຶ່ງຢູ່ໃນນໍ້າຈະປະກົດມີທາດແປກຜິດປົກກະຕິ ຄົງຕົວຢູ່ໃນພາວະແຫຼວ ຫຼື ໃນພາວະ ແຂງ. ການປ່ຽນແປງດັ່ງກ່າວຈະເຮັດໃຫ້ນໍ້າເກີດມີທາດເບື່ອ ຕໍ່ຄົນ ແລະ ສັດ.

2.ມົນລະພິດທາງພື້ນດິນ: ແມ່ນການປ່ຽນແປງ ກາຍຂີດຂັ້ນຂອງປັດໃຈນິເວດໃນພື້ນດິນ

3.ມົນລະພິດທາງອາກາດ: ແມ່ນການເກີດມີທາດແປກຜິດປົກະຕິ ຫຼື ແມ່ນການປ່ຽນແປງພາກສ່ວນຂອງອາກາດ ຊຶ່ງເຮັດໃຫ້ອາກາດມີກິ່ນບໍ່ດີ, ບໍ່ສະອາດ, ການແນມເຫັນລຸດລົງ.

ສາຍເຫດພາໃຫ້ເກີດມົນລະພິດສະພາບແວດລ້ອມ:

1.ເກີດມາຈາກໂຮງຈັກໂຮງງານ:

ໂຮງຈັກໂຮງງານຈະຖ່າຍເທທາດຕ່າງໆອອກມາສູ່ສະພາບແວດລ້ອມ ທີ່ບໍ່ທັນໄດ້ກຳຈັດ ຫຼື ບຳບັດກ່ອນ. ນໍ້າຈາກໂຮງຈັກໂຮງງານທີ່ບໍ່ໄດ້ຜ່ານການບຳບັດໄຫຼອອກມາ ຈະເຮັດໃຫ້ສະພາບແວດລ້ອມທາງນໍ້າ ເປັນມົນລະພິດຢ່າງຮ້າຍແຮງ. ຍິ່ງໄປກ່ວານັ້ນ, ບັນດາໂຮງຈັກໂຮງງານທີ່ໃຊ້ສານເຄມີເຊັ່ນ: CO2, CO NOx, SO2…ທາດເຫຼົ່ານີ້ ຈະເຮັດໃຫ້ອາກາດເກີດເປັນພິດຢ່າງຮ້າຍແຮງ, ຍິ່ງໄປກ່ວານັ້ນຈະສ້າງປະກົດການເຮືອນແກ້ວເກີດຂຶ້ນ.

ສາຍເຫດພາໃຫ້ເກີດມົນລະພິດສະພາບແວດລ້ອມ

1.ເກີດມາຈາກ ທາດເປັນພິດ ແລະ ຢາປ້ອງກັນພືດ.

ຢາດັ່ງກ່າວແມ່ນຢາຂ້າສັດຕູພືດ, ປຸຍເຄມີທີ່ໃຊ້ບໍ່ໝົດ. ທາດດັ່ງກ່າວຈະຄ່ອຍໆຊຶມເຂົ້າໃນພື້ນດິນ ແລະ ຫ້ວຍນໍ້າລຳເຊ ບາງເທື່ອກໍຈະໄຫຼອອກໄປສູ່ມະຫາສະໝຸດ ເຮັດໃຫ້ເກີດປະກົດການນໍ້າທະເລມີສີແດງ.

2.ເກີດມາຈາກເສດວັດຖຸຂອງແຂງ

ໃນຂະບວນວິວັດ ແຫ່ງການສ້າງສາພັດທະນາປະເທດຊາດນັ້ນ ພາໃຫ້ເກີດເສດວັດຖຸຂອງແຂງເຊັ່ນ: ​​ເສດເຫຼັກ, ​ເສດໄມ້, ​ເສດປະລາສະຕິກ, ​ເສດແກ້ວ ​ແລະ ອື່ນໆ. ວັດຖຸເຫຼົ່ານີ້ຈະເຮັດໃຫ້ເກີດມົນລະພິດທາງອາກາດ, ທາງນໍ້າ, ທາງພື້ນດິນ, ທາງນິເວດ ແລະ ສຸຂະພາບຂອງຄົນເຮົາ.

3.ເກີດມາຈາກຄວັນ

ອາດເວົ້າໄດ້ວ່າ, ນີ້ແມ່ນສາຍເຫດຕົ້ນຕໍນຳໄປສູ່ມົນລະພິດທາງອາກາດ ​ເຊິ່ງມັກຈະເກີດຂຶ້ນຢູ່ໃນຕົວເມືອງໃຫ່ຍໆ ບ່ອນທີ່ມີລົດລາງພາຫະນະອັດແອ.

4.ເກີດມາຈາກການຄຸ້ມຄອງບໍ່ດີ

ການເກີດມີມົນລະພິດສະພາບແວດລ້ອມ ເຫດຜົນໜຶ່ງອີກກໍແມ່ນຍ້ອນຄວາມບໍ່ເອົາໃຈໃສ່, ຂາດຄວາມຮັບຜິດຊອບ ຂອງອົງການກ່ຽວຂ້ອງ ແລະ ເທັກໂນໂລຢີດ້ານສະພາບແວດລ້ອມບໍ່ທັນສູງ.

ຜົນກະທົບຂອງມົນລະພິດສະພາບແວດລ້ອມ

ຕໍ່ສຸຂະພາບຂອງຄົນເຮົາ:

ຜົນກະທົບຂອງມົນລະພິດທາງອາກາດຕໍ່ສຸຂະພາບຂອງຄົນເຮົາ:

ມີຜົນກະທົບຮ້ານແຮງຕໍ່ລະບົບຫາຍໃຈຂອງຄົນເຮົາ, ມົນລະພິດທີ່ອອກມາຈາກພາຫະນະທາງຄົມມະນາຄົມໄດ້ສ້າງຜົນເສຍຫາຍໃຫ້ແກ່ປອດຂອງຄົນເຮົາ. ນອກຈາກນີ້ແລ້ວ, ຂີ້ມຸນ(ຂີ້ຝຸ່ນ)ກໍເປັນປັດໃຈໜຶ່ງພາໃຫ້ເກີດມົນລະພິດທີ່ອັນຕະລາຍ ເພາະມັນຄົງຕົວຢູ່ໃນອາກາດໄດ້ດົນ ແລະ ສາມາດປິວອອກໄປໄກໄດ້. ຍ້ອນເມັດຂີ້ຝຸ່ນເປັນເມັດນ້ອຍໆ ເມື່ອມັນເຂົ້າໄປຢູ່ໃນປອດແລ້ວ ຈະພາໃຫ້ເກີດພະຍາດທາງເດີນຫາຍໃຈ.

ມົນລະພິດທາງອາກາດ ຍັງເຮັດໃຫ້ຄົນເຮົາເກີດອາການ ມືດໜ້າລາຍຕາ, ເຈັບຫົວ, ການເຕັ້ນຂອງຫົວໃຈ…ເປົ້າໝາຍທີ່ເກີດພະຍາດດັ່ງກ່າວນີ້ ແມ່ນຜູ້ອາຍຸສູງ, ຜູ້ຍິງຖືພາ, ຜູ້ທີ່ມີພະຍາດຕິດຕົວຢູ່ແລ້ວ ແລະ ເດັກນ້ອຍທີ່ມີອາຍຸຕໍ່າກ່ວາ 15 ປີ.

ນອກຈາກນັ້ນແລ້ວ, ຄວາມຮ້ອນ ແລະ ສຽງດັງ ກໍມີຜົນກະທົບຕໍ່ຄົນເຮົາເຊັ່ນດຽວກັນ, ສຽງດັງເກີນຂອບເຂດສາມາດເຮັດໃຫ້ຫູຂອງຄົນເຮົາເກີດພະຍາດ, ເຈັບເສັ້ນ, ແຄ່ງ-ຂາປັ້ນ ອາດເຮັດໃຫ້ເສຍຊີວິດກໍເປັນໄດ້.

ຜົນກະທົບຈາກມົນລະພິດສິ່ງແວດລ້ອມ

• ມົນລະພິດທາງນໍ້າ ຕໍ່ກັບສຸຂະພາບຂອງຄົນເຮົາຜ່ານ 2 ເສັ້ນທາງຄື:

  • ເສັ້ນທາງທີໜຶ່ງ: ແມ່ນການດື່ມນໍ້າທີ່ເປັນພິດ, ກິນພືດ ຫຼື ຊີ້ນສັດ ທີ່ລ້ຽງຢູ່ໃນສະພາບແວດລ້ອມຂອງມົນລະພິດ.
  • ເສັ້ນທາງທີສອງ: ແມ່ນການຮັບຜົນກະທົບຈາກມົນລະພິດສະພາບແວດລ້ອມໂດຍກົງ. ພະຍາດທີ່ມັກເກີດຂຶ້ນຈາກມົນລະພິດທາງນໍ້າ ແມ່ນພະຍາດຍ່ຽວຢອດ, ອະຫິວາ, ປອດອັກເສບ, ອັກເສບສະໝອງ, ຂາດເລືອດ…

• ຜົນກະທົບຂອງມົນລະພິດທາງດິນ ຕໍ່ສຸຂະພາບຂອງຄົນເຮົາ.

ການໃຊ້ປຸຍເຄມີ ເຂົ້າໃນການຜະລິດໃນຍຸກປັດຈຸບັນ ແມ່ນບັນຫາທີ່ບໍ່ສາມາດຫຼີກລ່ຽງໄດ້. ແຕ່ການໃຊ້ສານເຄມີເຂົ້າໃນການຜະລິດນັ້ນ ຖ້າຫາກນຳໃຊ້ບໍ່ເປັນ ຫຼື ບໍ່ຖືກກັບປະລິມານຂອງມັນ ກໍຈະສົ່ງຜົນກະທົບກັບຄືນຕໍ່ຄົນເຮົາ. ສານເຄມີທີ່ໃຊ້ໃສ່ພືດຜັກນັ້ນຈະຄ່ອຍໆຊຶມເຂົ້າໄປໃນພື້ນດິນ. ເມື່ອຊຶມເຂົ້າໄປໃນພື້ນດິນ ກໍຈະເຮັດໃຫ້ຂາດຄວາມສົມດຸນທາງດ້ານຊີວະວິທະຍາ ລະຫ່ວາງດິນກັບພືດ ແລະ ສານເຄມີເຫຼົ່ານັ້ນຈະຕົກຄ້າງຢູ່ໃນພືດ. ຖ້າຄົນເຮົາຮັບປະທານອາຫານເຂົ້າໄປກໍຈະພາໃຫ້ເສຍສຸຂະພາບ ແລະ ພາໃຫ້ເກີດພະຍາດເຊັ່ນ: ຕັບໃຫ່ຍ, ລະບົບປະສາດອ່ອນເພຍ, ຕົວຊີ້ວັດຄວາມສະຫຼາດລຸດລົງ…

ຕໍ່ກັບລະບົບນິເວດວິທະຍາ

ລະບົບນິເວດວິທະຍາ ແມ່ນປະຊາກອນທີ່ມີຊີວິດຢູ່ຮ່ວມກັນ ແລະ ມີຜົນກະທົບຊຶ່ງກັນ ແລະ ກັນ. ຖ້າສະພາບແວດລ້ອມຫາກເກີດມົນລະພິດ ກໍຈະພາໃຫ້ຄວາມສົມຂອງລະບົບນິເວດວິທະຍາມີການປ່ຽນແປງ. ຜົນກະທົບໂດຍກົງຕໍ່ລະບົບນິເວດວິທະຍາ ແມ່ນອາກາດເກີດມົນລະພິດ. ອາກາດເກີດມົນລະພິດ ອາດຈະເຮັດໃຫ້ເກີດ ຝົນ ອາສິດ, ປ່າໄມ້ຈະຫ່ຽວແຫ້ງ ແລະ ຕາຍໄປໃນທີ່ສຸດ.

ມົນລະພິດສິ່ງແວດລ້ອມ ອາດຈະສົ່ງຜົນກະທົບຕໍ່ສະພາບລ້ອມເສດຖະກິດ-ສັງຄົມເຊັ່ນ:

  • ສ້າງຜົນເສຍຫາຍໃຫ້ແກ່ເສດຖະກິດ ຍ້ອນ ມີພະຍາດຫຼາຍຢ່າງເກີດຂຶ້ນ
  • ສ້າງຜົນເສຍຫາຍໃຫ້ແກ່ເສດຖະກິດ ຍ້ອນ ມົນລະພິດມີຜົນກະທົບຕໍ່ຜະລິດຕະພັນດ້ານກະສິກຳ ແລະ ສິນທາງທະເລ
  • ສ້າງຜົນເສຍຫາຍໃຫ້ແກ່ ການທ່ອງທ່ຽວ
  • ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ ຍ້ອນ ຈະໄດ້ປັບປຸງຄືນສະພາບແວດລ້ອມ ທີ່ຈະຕ້ອງໄດ້ລົງທຶນຢ່າງມະຫາສານ.

ບາງວິທີການ ປັບປຸງມົນລະພິດສະພາບແວດລ້ອມ

• ກ່ອນອື່ນໝົດ ແມ່ນສະຕິເປັນເຈົ້າການຂອງປະຊາຊົນ: ຖ້າປະຊາຊົນຫາກມີສະຕິເປັນເຈົ້າການໃນການຖີິ້ມຂີ້ເຫຍື້ອ ຢ່າງເປັນລະບຽບ, ຖິ້ມຂີ້ເຫຍື້ອໄວ້ບ່ອນທີ່ກຳນົດໃຫ້, ບໍ່ຖິ້ມຊະຊາຍ ການເກີດມົນລະພິດສະພາບແວດລ້ອມກໍຈະລຸດລົງ. ນອກຈາກນັ້ນ, ຄວນມີໂຄງການສຶກສາ ເພື່ອຍົກສູງສະຕິເປັນເຈົ້າການໃຫ້ແກ່ເດັກ.

• ລຸດຜ່ອນຖິ້ມເສດເຫຼືອ ລົງທໍ່ລະບາຍນໍ້າ.

  • ສ້າງລະບົບກົດໝາຍປ້ອງກັນ ແລະ ຕ້ານມົນລະພິດສະພາບແວດລ້ອມ ແລະ ມີມາດຕະການລົງໂທດທີ່ເໝາະສົມຕໍ່ຜູ້ທີ່ລ່ວງລະເມີດ.
  • ສ້າງລະບົບການຄຸ້ມຄອງສະພາບແວດລ້ອມຕາມມາດຕະຖານສາກົນ
  • ດຳເນີນການຕິດຕາມ, ກວດກາ ສະພາບແວດລ້ອມເປັນປະຈຳ
  • ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຖັນແຖວພະນັກງານເຮັດວຽກງານໃນຂົງເຂດສະພາບແວດລ້ອມ
  • ລົງທຶນປະກອບພາຫະນະເຕັກນິກທີ່ທັນສະໄໝ ໃຫ້ແກ່ການຮັກສາສິ່ງແລດລ້ອມ.
  • ປູກຕົ້ນໄມ້ໃຫ້ເປັນປ່າ
  • ຈູດ ແລະ ຝັງເສດຂີ້ເຫຍື້ອໃຫ້ຖືກວິທີ
  • ນຳໃຊ້ພະລັງງານທຳມະຊາດເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ

ສະພາບແວດລ້ອມ ແມ່ນປັດໃຈທີ່ສຳຄັນທີ່ສຸດສຳລັບຊີວິດຂອງຄົນເຮົາ. ຖ້າສະພາບແວດລ້ອມເກີດມົນລະພິດ ຈະສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບແວດລ້ອມເສດຖະກິດ, ລະບົບນິເວດ ແລະ ສຸຂະພາບຂອງຄົນເຮົາ. ຍ້ອນສະນັ້ນ, ການປົກປັກຮັກສາສະພາບແວດລ້ອມ ແມ່ນການປົກປ້ອງຕົນເອງ.

ຮຽບຮຽງໂດຍ: ລູກເມືອງພວນ