ຮອງລັດຖະມົນຕີ ຖວທ ຮຽກຮ້ອງໃຫ້ເອົາໃຈໃສ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ໃນວັນທີ 13 ພຶດສະພານີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທັງເປັນຜູ້ຊີ້ນຳວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງ ຖວທ ໄດ້ໂອ້ລົມ ຕໍ່ກອງປະຊຸມສຳມະນາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນຂະແໜງການທ່ອງທ່ຽວທີ່ແຂວງບໍລິຄຳໄຊ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ເພີ່ມທະວີການຮ່ວມມືກັບບັນດາປະເທດຕ່າງໆໃຫ້ແຂງແຮງກວ່າເກົ່າ, ເຖິງວ່າໃນໄລຍະຜ່ານມາ ພັກ, ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ ແລະ ສະໜັບສະໜູນວຽກງານດັ່ງກ່າວດ້ວຍຄວາມຕັ້ງໜ້າ.
ທ່ານລັດຖະມົນຕີ ໃຫ້ຮູ້ວ່າ: ສະພາບການຄ້າມະນຸດມັກເກີດຂຶ້ນຫລາຍແມ່ນຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດອ້ອມຂ້າງເຮົາ. ສາເຫດຕົ້ນຕໍແມ່ນມາຈາກຄວາມທຸກຍາກ, ຄວາມແຕກໂຕນລະຫວ່າງຊົນນະ ບົດ ແລະ ຕົວເມືອງ, ບັນຫາການສຶກສາ, ບັນຫາຄອບຄົວ ແລະ ສິ່ງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ແມ່ຍິງ, ຊາວໜຸ່ມ ແລະ ເດັກນ້ອຍທີ່ຍັງບໍ່ບັນລຸນິຕິພາວະ, ເຊິ່ງພວກເຂົາເຫລົ່ານັ້ນຖືກຕົວະຍົວະ, ຖືກຫລອກໄປເຮັດວຽກຢູ່ຕ່າງປະເທດດ້ວຍຫລາຍຮູບການ ເພື່ອຊອກລາຍຮັບມາຈຸນເຈືອຄອບຄົວ, ຈຳນວນໜຶ່ງແມ່ນສະໜັກໃຈ ເພື່ອຊອກຫາປະສົບການມາປັບປຸງຊີວິດຂອງຕົນໃຫ້ດີຂຶ້ນ ແລະ ອື່ນໆ.

