ຜູ້ຂັບຂີ່ເປັນໂຕການພາໃຫ້ເກີດອຸປະຕິເຫດ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ບັນຫາອຸປະຕິເຫດຢູ່ທ້ອງຖະໜົນໃນແຕ່ລະມື້ແຕ່ລະວັນໄດ້ເຮັດໃຫ້ມີຄົນເຈັບ, ຄົນຕາຍ ບໍ່ໄດ້ຂາດໄລຍະ ຖ້າພວກເຮົາພາກັນວິເຄາະເຈາະເລິກເຖິງບັນຫາກົກໆແລ້ວ ການເກີດອຸປະຕິເຫດຢູ່ແຕ່ລະທ້ອງຖິ່ນໃນສະພາບການບ້ານເມືອງພວມສ້າງສາພັດທະນາ ມັນກໍເກີດມາຈາກຫລາຍປັດໄຈ ແລະ ຫລາຍເງື່ອນໄຂທີ່ເປັນຕົ້ນເຫດ.
ອັນໜຶ່ງກໍແມ່ນເປັນຍ້ອນຜູ້ຂັບຂີ່ເມົາ, ອັນສອງແມ່ນລະເມີດກົດຈະລາຈອນ, ອັນສາມເສັ້ນທາງບໍ່ໄດ້ມາດຕະຖານ, ເປັນທາງຄື້ນ, ທາງລຸບທາງໂນນ, ທາງຫລາຍເສັ້ນເປັນບວກເປັນຂຸມ, ເຊິ່ງໄດ້ປະປ່ອຍແກ່ຍາວເປັນເວລາດົນນານຍັງບໍ່ທັນມີການບູລະນະສ້ອມແປງ. ສ່ວນກໍລະນີອັນທີສີ່ ກໍແມ່ນຄຸນນະພາບຂອງລົດບໍ່ໄດ້ມາດຕະຖານ, ສ່ວນໜຶ່ງເປັນລົດເກົ່າແກ່ມືສອງມືສາມ ຈົນໝົດອາຍຸການນຳໃຊ້ເຂົາແລ້ວ ເຮົາກໍໄປຊື້ເອົາມາເປັນຂອງໃໝ່. ເມື່ອເປັນແນວນັ້ນມາເບິ່ງທາງດ້ານເຕັກນິກຈຶ່ງບໍ່ຮັບປະກັນທັງຂາດການຕິດຕາມກວດກາສະພາບຂອງລົດ, ບັນຫາການຂາດອຸປະກອນ ແລະ ອາໄຫລ່ອື່ນໆກໍແມ່ນສາເຫດໜຶ່ງທີ່ເຄີຍປະສົບພົບພໍ້ໃນວົງການລົດຂົນສົ່ງໂດຍສານບ້ານເຮົາ.
ຕາມທິດກ່ຳຄິດ, ແນວໃດກໍແນວ ໂຕອັນສຳຄັນຕັດສີນກວ່າໝູ່ແມ່ນຜູ້ຂັບຂີ່ນັ້ນຕ້ອງເປັນເອກ, ນັບທັງບຸກຄະລາກອນຮັບໃຊ້, ຜູ້ປະກອບການຂົນສົ່ງໂດຍສານ ເຊື່ອມໂຍງໄປເຖິງການປະຕິບັດລະບຽບວິໄນຂອງຜູ້ຂັບຂີ່, ການປະຕິບັດກົດໝາຍ ແລະ ພັນທະຕ່າງໆໃນການບໍລິການຂົນສົ່ງ.
ເມື່ອຫວນຄືນເບິ່ງສະພາບການບໍລິການຂົນສົ່ງໂດຍສານຢູ່ບ້ານເຮົາໃນຍຸກເກົ່າໆ ທຸກຄົນໃຜກໍຮູ້ວ່າມັນເປັນໄປສັບມະປີສຸດແລ້ວແຕ່ປັດໄຈ ແລະ ເງື່ອນໄຂຂອງຜູ້ປະກອບການ, ເວົ້າຢ່າງໜຶ່ງແມ່ນເອົາແຕ່ໃຜຈະຄິດ, ໃຜຈະເຮັດ ຂໍແຕ່ວ່າແມ່ນລົດຂົນສົ່ງໂດຍສານ, ຕົວຢ່າງລົດບາງຄັນມັນຄືລົດອີ່ຮ້າງ ເວລາແລ່ນໄປຕາມທາງຟັງສຽງດັງອິດໆອາດໆ, ງ່ຽງຊ້າຍງ່ຽງຂວາ, ຫົວງຸບຫົວເງິງ, ຊ້ຳບໍ່ໜຳຈຳນວນລົດກໍໜ້ອຍ ຜູ້ໂດຍສານຍາດກັນໄປອຶດອັດຍັດແຍ້ ຂຶ້ນຮອດຫລັງຄາກາຍເປັນລົດສອງຊັ້ນ ຈາກວຽງຈັນໄປນອນຢູ່ປາກກະດິງ ຍ້ອນວ່າລົດມັນຄານໄປຄືເຕົ່າ, ໄປຮອດບາງບ່ອນລົດຄາຂີ້ຕົມຄົນໂດຍສານທັງຫລາຍກໍພາກັນລົງໄປຍູ້ຈົນເຫື່ອໄຫລໄຄຍ້ອຍ.
ເມື່ອໄປຮອດຈຸດທີ່ໝາຍເບິ່ງໂສ້ງເສື້ອ, ຕົນໂຕ ແລະ ຜົມກໍແດງຈ່າຍວ່າຍມີແຕ່ຂີ້ຝຸ່ນຕິດເປັນເກີ້ມ, ນີ້ລະຄືຊິວິດຈິງຂອງຄົນເດີນທາງຂີ່ລົດໂດຍສານໄປມາໃນຍຸກເກົ່າສະໄໝປີ 1970-1980 ກ່ອນ ແລະ ຫລັງປົດປ່ອຍ. ແຕ່ເຖິງປານນັ້ນ, ອຸປະຕິເຫດມັນກໍບໍ່ຄ່ອຍເກີດມີປານໃດ.
ພໍຕົກມາຮອດປີ 1986 ເປັນຕົ້ນມາ ບ້ານເມືອງເຮົາໄດ້ເລີ່ມມີການປ່ຽນແປງໃໝ່ ການສ້າງສາພັດທະນານັບມື້ຈະເລີນກ້າວໜ້າຫັນເປັນອັນທັນສະໄໝຈຳນວນລົດໄດ້ເພີ່ມຂຶ້ນ, ລົດໂດຍສານກໍມີສີສັນງາມຂຶ້ນກວ່າເກົ່າ ເມື່ອປຽບທຽບໃສ່ຍຸກກ່ອນ, ອັນສຳຄັນທີ່ສຸດໃນປັດຈຸບັນແມ່ນພວກເຮົາມີຫລາຍທາງເລືອກ ສະນັ້ນຈຶ່ງເຫັນວ່າເມື່ອປຽບໃສ່ຍຸກກ່ອນກັບຍຸກນີ້ມັນກໍແຕກຕ່າງຫລຸດລື່ນກັນຫລາຍ.
ແນວໃດກໍຕາມ, ສິ່ງທີ່ພົບເຫັນໃນສັງຄົມລາວໃນການໃຊ້ລົດໃຊ້ຖະໜົນ, ໂດຍສະເພາະການບໍລິການສົ່ງໂດຍສານມີຫລາຍອັນຕ້ອງໄດ້ປັບປຸງໃຫ້ທຽມທັນກັບພາກພື້ນ ແລະ ສາກົນ, ໜ້າວຽກທີ່ຕ້ອງໄປກ່ອນນັ້ນຜູ້ ຂັບຂີ່ຕ້ອງໄດ້ມາດຕະຖານຄົບເຄື່ອງ, ມີຄຸນວຸດທິໃນການຂັບຂີ່, ມີລະບຽບວິໄນ, ການນຸ່ງການຖືກໍໃຫ້ມີເອກະລັກສະເພາະ. ອັນສຳຄັນແມ່ນມີຄວາມຮັບຜິດຊອບເພາະຄົນເຕັມລົດໄດ້ມອບຄວາມປອດໄພໃຫ້ຜູ້ຂັບ. ນອກນັ້ນແລ້ວ, ຜູ້ບໍລິການຮັບໃຊ້ຕ້ອງມີຄຸນສົມບັດ, ນຸ່ງເຄື່ອງສະອາດຈົບງາມມີສີສັນກາໝາຍຄັກແນ່, ບໍ່ໃຫ້ມະຍຸມະຍະຜົມຍຶງກົ້ນລີບ, ຍ່າງກາຍຜູ້ໂດຍສານເໝັນສາບເໝັນກຸຍ, ການເວົ້າວ່າກໍໃຫ້ມີນ້ຳໃຈຮັບໃຊ້ແຂກຜູ້ໂດຍສານໃຫ້ເພິ່ງພໍໃຈ, ການຮັບເອົາຜູ້ໂດຍສານ ກໍໃຫ້ປະຕິບັດຕາມມາດຕະຖານ ເຊັ່ນວ່າເມື່ອຄົນເຕັມເບາະນັ່ງແລ້ວ ກໍບໍ່ຄວນມີຕັ່ງເສີມ, ຈົນຍັດແຫຍ້ສຽດສີກັນບໍ່ຈັກໃຜ ບາງຄົນຈົນເປັນວິນເປັນລົມຍ້ອນ.
ຕາມທິດກ່ຳວ່າ ສົມຄວນແລ້ວຂະແໜງການກ່ຽວຂ້ອງໂດຍສະເພາະຂະແໜງຂົນສົ່ງໂດຍສານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງບຸກທະລຸແກ້ໄຂ, ຖ້າພວກເຮົາໄດ້ຄົນບໍ່ມາດຕະຖານຂັບລົດ ຫລື ປະປ່ອຍເປັນໄປຕາມຍະຖາກຳແລ້ວ ບັນຫາການເກີດອຸປະຕິເຫດເຮັດໃຫ້ມີຄົນເຈັບ, ຄົນຕາຍໃນແຕ່ລະເດືອນແຕ່ລະປີມັນກໍຍັງຈະມີເປັນຄືດັ່ງທຸກວັນນີ້ຍ້ອນຜູ້ຂັບຂີ່ນັ້ນລະເປັນຕົວການທີ່ພາໃຫ້ເກີດອຸປະຕິເຫດ.

