ສະພາສິງກະໂປຜ່ານຮ່າງກົດໝາຍ ປາບປາມ “ຂ່າວປອມ” ໃນອິນເຕີເນັດ

ສະພາແຫ່ງຊາດຂອງສິງກະໂປມີມະຕິສຽງສ່ວນຫລາຍ ຮັບຮອງຮ່າງກົດໝາຍເພີ່ມອຳນາດໃຫ້ແກ່ລັດຖະບານ ໃນການປາບປາມຂ່າວສານ ແລະ ຂໍ້ມູນ “ທີ່ບໍ່ເປັນຈິງ” ໃນສັງຄົມອອນລາຍ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະພານິຕິບັນຍັດແຫ່ງຊາດຂອງສິງກະໂປມີມະຕິສຽງສ່ວນຫລາຍ ໃນກອງປະຊຸມວັນທີ 9 ພຶດສະພານີ້ 72 ສຽງ ຕໍ່ 9 ສຽງ ແລະ ງົດອອກສຽງ 3 ສຽງ ຜ່ານຮ່າງກົດໝາຍເພື່ອແກ້ໄຂກົດໝາຍຄວາມໝັ້ນຄົງອິນເຕີເນັດສະບັບປັດຈຸບັນ ໂດຍແນ່ນອນວ່າສຽງສະໜັບສະໜູນທັງໝົດມາຈາກພັກກິດປະຊາຊົນ (PAP) ເຊິ່ງເປັນພັກລັດຖະບານຂອງນາຍົກລັດຖະມົນຕີ ລີຊຽນລຸງ ແລະ ສຽງຄັດຄ້ານມາຈາກພັກຄົນງານ (WP) ເຊິ່ງເປັນພັກຝ່າຍຄ້ານພຽງພັກດຽວໃນສະພາແຫ່ງນີ້.
ທັງນີ້ ເນື້ອໃນສຳຄັນຂອງຮ່າງກົດໝາຍລວມທັງການທີ່ລັດຖະບານມີອຳນາດເຕັມສ່ວນໃນການ “ກຳນົດ” ໃຫ້ເວັບໄຊ ຫລື ເພລຂ່າວອອນລາຍ “ເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ” ແລະ ແກ້ໄຂຂໍ້ມູນຂ່າວສານທີ່ລັດຖະບານພິຈາລະນາແລ້ວພົບວ່າ “ຜິດ ຫລື ບໍ່ເໝາະສົມ” ຕະຫລອດຈົນການທີ່ຜູ້ປະກອບການເຄືອຂ່າຍສັງຄົມອອນລາຍ ແລະ ບໍລິສັດເຕັກໂນໂລຊີຕ້ອງເຮັດ “ຂໍ້ຄວາມເຕືອນ” ໄວ້ໃກ້ກັບຂໍ້ມູນຂ່າວສານທີ່ລັດຖະບານພິຈາລະນາແລ້ວພົບວ່າ “ບໍ່ເໝາະສົມ” ແລະ ປະຊາຊົນຜູ້ຮັບສານ “ຄວນເພີ່ມການໃຊ້ວິຈາລະນະຍານ” ໃນການພິຈາລະນາເນື້ອໃນ.
ນອກຈາກນີ້ ຖ້າລັດຖະບານພິຈາລະນາຂໍ້ມູນຂ່າວສານໃດແລ້ວຖືວ່າ “ເປັນຂ່າວປອມ” ເວັບໄຊ ຫລື ເພລທີ່ນຳສະເໜີລາຍງານນັ້ນຕ້ອງລົບຂໍ້ມູນດັ່ງກ່າວອອກຈາກລະບົບທັນທີ. ທັງນີ້ ບົດລົງໂທດຈຳຄຸກສູງສຸດ 10 ປີ ຫລື ປັບໃໝ່ເງິນສູງສຸດ 1 ລ້ານໂດລາສິງກະໂປ ໂດຍບົດລົງໂທດຄວບຄຸມການກະທຳຜິດທີ່ເປັນການເປີດໃຊ້ບັນຊີ ເຊິ່ງເອີ້ນວ່າ: “ບອດ” ເພື່ອເຈດຕະນາເຜີຍແຜ່ຂໍ້ມູນຂ່າວສານປອມ.

