ອັນຕະລາຍຈາກການໃຊ້ສະບູທີ່ບໍ່ເໝາະສົມກັບສະພາບຜິວ

ສະບູ ເປັນຜະລິດຕະພັນທີ່ໃຊ້ເຮັດຄວາມສະອາດຜິວໜັງ, ລ້າງສິ່ງເປິເປື້ອນ ຫລື ໄຂມັນຈາກຜິວໜັງ ດັ່ງນັ້ນ ການໃຊ້ສະບູເປັນປະຈຳທຸກມື້ຈຶ່ງເປັນສຸຂະອະນາໄມອີກປະການໜຶ່ງທີ່ຈຳເປັນ ເຊິ່ງການເລືອກໃຊ້ສະບູທີ່ເໝາະສົມຈະຊ່ວຍຫລຸດອາການຂ້າງຄຽງທີ່ອາດເກີດຂຶ້ນໄດ້ ເຊັ່ນ : ອາການລະຄາຍເຄືອງຜິວແຫ້ງ, ຜື່ນຜິວໜັງອັກເສບຈາກການສຳຜັດ, ຜິວໜັງໄວຕໍ່ສານເຄມີ ເປັນຕົ້ນ.

ສະບູ ຜະລິດຈາກໄຂມັນພືດ ຫລື ສັດ ສາມາດລະລາຍ ແລະ ລ້າງອອກດ້ວຍນຳ້ ອາດມີການປະສົມນຳ້ຫອມ ຫລື ສີລົງໄປ ເພື່ອໃຫ້ໄດ້ກິ່ນ ຫລື ສີຕາມຕ້ອງການ. ສະບູມີຫລາຍຊະນິດ ຂຶ້ນຢູ່ກັບສ່ວນປະສົມທີ່ໃຊ້ ແບ່ງເປັນ 4 ຊະນິດ ດັ່ງນີ້ :
1. ສະບູກ້ອນ ລັກສະນະເປັນກ້ອນສີຂາວ ຫລື ສີຂີ້ເຖົ່າ ໃຊ້ສຳລັບພາຍນອກເທົ່ານັ້ນ.
2. ສະບູຊະນິດອ່ອນ ລັກສະນະຄ້າຍນຳ້ເຜິ້ງ ຫລື ເຢນລີ່ສີເຫລືອງໃສ.
3. ສະບູແຫລວ.
4. ສະບູເພີ່ມຄວາມຊຸ່ມຊື່ນແກ່ຜິວໜັງ.
ນອກຈາກນີ້ ອາດມີສະບູຊະນິດຕ່າງໆ ເຊິ່ງມີສ່ວນປະກອບແຕກຕ່າງກັນໄປຕາມຈຸດປະສົງຂອງການໃຊ້ ເຊັ່ນ : ສະບູຢາ ສະບູທີ່ມີສ່ວນປະສົມຂອງລາໂນລິນເພື່ອເພີ່ມຄວາມຊຸ່ມຊື່ນແກ່ຜິວໜັງ ທັງນີ້ ການເລືອກໃຊ້ສະບູຂຶ້ນຢູ່ກັບລັກສະນະຂອງຜິວໜັງ ຫາກເລືອກສະບູທີ່ບໍ່ເໝາະສົມກັບສະພາບຜິວ ຫລື ໃຊ້ບໍ່ຖືກວິທີອາດເຮັດໃຫ້ຜິວໜັງລະຄາຍເຄືອງ, ແຫ້ງລອກເປັນເກັດ ຫລື ຫ່ຽວ ຖ້າເປັນແຮງຜິວໜັງອາດມີຮອຍແຕກລາຍ ໂດຍທົ່ວໄປຄົນທີ່ມີຜິວໜັງປົກກະຕິຈະບໍ່ເກີດບັນຫານີ້ ນອກຈາກໃຊ້ສະບູຫລາຍເກີນໄປ ເຮັດໃຫ້ສູນເສຍຊັ້ນໄຂມັນທີ່ເຄືອບຢູ່ຜິວໜັງເກີດການລະຄາຍເຄືອງ ແລະ ເປັນຕຸ່ມຜືນຜິວໜັງອັກເສບ.

