ກະແສແຮງ ! ຄ່າປີ້ເຮືອບິນ-ນັດຊີງແຊມປ້ຽນລີກ ແພງຂຶ້ນ ຫລັງ ລິເວີພູລ ຜ່ານເຂົ້າຮອບ

ລາຄາປີ້ເຮືອບິນທີ່ເດີນທາງຈາກເມືອງລິເວີພູລໄປນະຄອນຫລວງມາດຣິດ ແລະ ລາຄາປີ້ນັດຊີງຊະນະເລີດຂອງ ຢູຟາ ແຊມປ້ຽນ ລີກ ເພີ່ມສູງຂຶ້ນ ຫລັງຈາກ ລິເວີພູລ ຜ່ານເຂົ້າສູ່ຮອບຊີງຊະນະເລີດຂອງການແຂ່ງຂັນໄດ້ສຳເລັດ ໃນວັນທີ 7 ພຶດສະພາຜ່ານມາ.
ທຳອິດບໍ່ມີໃຜຄິດວ່າ ລິເວີພູລ ຈະໄດ້ຫລິ້ນຮອບຊີງດຳຂອງ ແຊມປ້ຽນລີກ ເປັນລະດູການທີ 2 ຕິດຕໍ່ກັນ ເພາະນັດທຳອິດພວກເຂົາອອກໄປເສຍໃຫ້ ບາເຊໂລນາ ມາກ່ອນ 0-3 ແລະ ນັດສອງຍັງບໍ່ມີທັງ ໂມຮາເໝັດ ຊາລາ ແລະ ໂຣແບໂຕ້ ຟິມີໂນ່ ນຳອີກ. ເຖິງຢ່າງໃດກໍຕາມ ລິເວີພູລ ໄດ້ສ້າງປະຕິຫານໄດ້ດ້ວຍການຊະນະ 4-0 ໃນນັດສອງ ໃນວັນທີ 7 ພຶດສະພາຜ່ານມາ ຈົນເຮັດໃຫ້ທີມຂອງຜູ້ຈັດການທີມ ເຈີເກັ້ນ ຄລ໊ອບ ຊະນະດ້ວຍຄະແນນລວມ 2 ນັດ 4-3.
ກ່ອນໜ້ານີ້ ຄ່າປີ້ເຮືອບິນທີ່ຈະເດີນທາງໂດຍກົງຈາກເມືອງລິເວີພູລໄປນະຄອນຫລວງມາດຣິດ ໃນວັນທີ 31 ພຶດສະພານີ້ ເຊິ່ງເປັນໄລຍະ 1 ວັນກ່ອນເຖິງນັດຊີງຊະນະເລີດຂອງ ແຊມປ້ຽນລີກ ຍັງບໍ່ສູງເທົ່າໃດ ແຕ່ໃນໄລຍະ 10 ນາທີສຸດທ້າຍຂອງນັດສອງ ຫລື ຄືຕອນທີ່ ລິເວີພູລ ນຳຢູ່ 4-0 ນັ້ນ ຄ່າປີ້ທີ່ຖືກສຸດກໍເພີ່ມຂຶ້ນເປັນປີ້ລະ 600 ປອນ ແລະ ພໍຈົບເກມນັດສອງກໍເພີ່ມເປັນປະມານ 750 ປອນ ແລະ ນີ້ເປັນພຽງປີ້ຂາອອກພຽງຖ້ຽວດຽວເທົ່ານັ້ນ ຍັງບໍ່ລວມຂາເຂົ້າ.
ຂະນະທີ່ປີ້ນັດຊີງຊະນະເລີດທີ່ຖືກສຸດ ເຊິ່ງຂາຍໃນອິນເຕີເນັດຕອນນີ້ເພີ່ມຂຶ້ນໃບລະປະມານ 4.000 ປອນແລ້ວ ເຊິ່ງມັນກໍມີໂອກາດທີ່ລາຄາຈະເພີ່ມຂຶ້ນອີກ ໂດຍນັດຊີງດຳປີນີ້ຈະມີຂຶ້ນຢູ່ ວ່ານຕ໋າ ເມໂທຣໂປລິຕາໂນ່ ສະໜາມຫຍ້າຂອງ ແອດເລຕິໂກ ມາດຣິດ.

