ທຣຳ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ສະນຸກເກີຊີງແຊ້ມໂລກ 2019

ການແຂ່ງຂັນສະນຸກເກີຊີງແຊ້ມໂລກ 2019 ໃນເມືອງເຊບຟິວ ປະເທດອັງກິດ ໃນວັນທີ 29 ເມສາຜ່ານມາ ເປັນການແຂ່ງຂັນໃນເຊສຊັນສຸດທ້າຍຂອງຮອບ 16 ຄົນສຸດທ້າຍ ໃຊ້ລະບົບຊະນະ 13 ໃນ 25 ເຟຣມ. ຜົນປາກົດວ່າ: ຈັດ ທຣຳ ມື 7 ຂອງໂລກຈາກອັງກິດ ເຈົ້າຂອງແຊ້ມ 3 ລາຍການໃນປີນີ້ ໂຊຟອມສຸດຍອດ ພິກສະຖານະການຈາກຕາມຫລັງ 7-9 ເຟຣມຫລັງຈົບເຊສຊັນທີ 2 ອອກມາຍິງ 6 ເຟຣມລວດ ແຊງເອົາຊະນະ ຕິງ ຈຸນຮຸຍ ມື 10 ຂອງໂລກຈາກຈີນ 13-9 ເຟຣມ ຜ່ານເຂົ້າຮອບກ່ອນຮອງຊະນະເລີດໄດ້ສຳເລັດ.
ສ່ວນຜົນຄູ່ອື່ນໃນຮອບ 16 ຄົນສຸດທ້າຍ ໃນວັນທີ 29 ເມສາຜ່ານມາ: ໄຄເຣນ ວິລສັນ ມື 8 ຂອງໂລກຈາກອັງກິດ ພິກສະຖານະການຈາກທີ່ເຄີຍຕາມຫ່າງເຖິງ 1-6 ເຟຣມ ແຊງກັບມາເອົາຊະນະ ແບຣຣີ ຮໍກິນ ມື 9 ຂອງໂລກເພື່ອນຮ່ວມຊາດ 13-11 ເຟຣມ, ອາລິສເຕີ ຄາເຕີ ອະດີດຮອງແຊ້ມໂລກ 2 ສະໄໝ ມື 19 ຂອງໂລກ ເອົາຊະນະ ໂຈວ ເຢຫລົງ ມື 35 ຂອງໂລກຈາກຈີນ 13-9 ເຟຣມ ແລະ ຈອນ ຮິກກິ້ນ ອະດີດແຊ້ມໂລກ 4 ສະໄໝຈາກສະກັອດແລນ ມື 5 ຂອງໂລກ ຊະນະ ສະຈວດ ບິງແຮມ ມື 12 ຂອງໂລກຈາກອັງກິດ ອະດີດແຊ້ມໂລກປີ 2015 ໄປ 13-11 ເຟຣມ.
ຂະນະທີ່ຜົນຈະພົບກັນໃນຮອບກ່ອນຮອງຊະນະເລີດ: ເດວິດ ກິລເບີດ (ອັງກິດ) ພົບ ໄຄເຣນ ວິລສັນ (ອັງກິດ), ແກຣີ ວິລວັນ (ອັງກິດ) ພົບ ອາລິສເຕີ ຄາເຕີ (ອັງກິດ), ຈອນ ຮິກກິ້ນ (ສະກັອດແລນ) ພົບ ນິວ ໂຣເບີດສັນ (ອົດສະຕຣາລີ), ຈັດ ທຣຳ (ອັງກິດ) ພົບ ສະຕີເຟນ ແມກໄກວ (ສະກັອດແລນ).

