ບັນຫາຢູ່ເບື້ອງຫລັງຂອງຮອຍຍິ້ມ ຂອງຜູ້ນຳຣັດເຊຍ-ສປປ ເກົາຫລີ

ການພົບປະສຸດຍອດຄັ້ງທຳອິດ ລະຫວ່າງ ປະທານາທິບໍດີຣັດເຊຍ ວະລາດິເມຍ ປູຕິນ ແລະ ຜູ້ນຳ ສປປ ເກົາຫລີ ກິມ ຈ໋ອງອຸນ ໄດ້ເລີ່ມຕົ້ນຂຶ້ນດ້ວຍການຈັບມືກັນ ແລະ ຈົບລົງດ້ວຍການຍົກຈອກຂອງຜູ້ນຳທັງສອງ.
ຢ່າງໃດກໍຕາມ, ພິທີການຕ້ອນຮັບທີ່ດີຂອງປະທານາທິບໍດີ ປູຕິນ ມີຕໍ່ກັບ ກິມ ຈ໋ອງອຸນ ນັ້ນ ມັນໄດ້ສົ່ງສັນຍານບາງຢ່າງຕໍ່ກັບສະຫະລັດອາເມລິກາ.
ທ່ານ ກິມ ຈ໋ອງອຸນ ໄດ້ຕອບຮັບການເຊື້ອເຊີນໃຫ້ໄປຢາມນະຄອນວະລາດີວົສຕົກ ໃນທ່າມກາງການເຈລະຈາກັບວໍຊິງຕັນກຳລັງໄປສູ່ເສັ້ນທາງຕັນ. ການທີ່ພຽງຢາງຫັນທິດໄປຫາມົດສະກູນັ້ນ ມັນໄດ້ກາຍເປັນສັນຍານຝາກເຖິງປະທານາທິບໍດີ ທຣຳ ວ່າ: ວໍຊິງຕັນບໍ່ແມ່ນໃບໄພ້ໜຶ່ງດຽວທີ່ຈະຫລິ້ນນຳ.
ປະທານາທິບໍດີ ປູຕິນ ໄດ້ເປີດເຜີຍຕໍ່ໜັງສືພິມ ພາຍຫລັງພາເຂົ້າສາມັກຄີທີ່ເຕັມໄປດ້ວຍຄວາມສະໜິດສະໜົມວ່າ: “ຜູ້ນຳ ສປປ ເກົາຫລີ ໄດ້ຮຽກຮ້ອງໃຫ້ພວກເຮົາແຈ້ງຕໍ່ສະຫະລັດອາເມລິກາກ່ຽວກັບຫລັກໝັ້ນຂອງ ກິມ ຈ໋ອງອຸນ. ບໍ່ໄດ້ມີຄວາມປິດລັບຫຍັງໃນທີ່ນີ້”.
ການພົບປະໄດ້ດຳເນີນໄປເປັນເວລາຫລາຍກວ່າ 2 ຊົ່ວໂມງ, ປະທານາທິບໍດີ ປູຕິນ ໃຫ້ຮູ້ວ່າ: ການພົບປະແມ່ນດຳເນີນໄປດ້ວຍບັນຍາກາດ “ເປັນກັນເອງ ແລະ ຈິງໃຈຕໍ່ກັນ”. ທ່ານຍັງໃຫ້ຮູ້ວ່າ: ຜູ້ນຳທັງສອງໄດ້ປຶກສາຫາລືກັນຫລາຍບັນຫາເຊັ່ນ: ບັນຫານິວເຄຼຍ, ການລົງໂທດຂອງສະຫະປະຊາຊາດ, ອະນາຄົດຂອງຄົນງານ ສປປ ເກົາຫລີ ຢູ່ຣັດເຊຍຈະຖືກສົ່ງກັບຄືນປະເທດ ຕາມມະຕິຕົກລົງຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ.
“ການປົດອາວຸດນິວເຄຼຍ ໝາຍຄວາມວ່າ: ບໍ່ມີອາວຸດນິວເຄຼຍອີກ. ບັນຫາດັ່ງກ່າວອາດເກີດຂຶ້ນໄດ້ ແຕ່ຕ້ອງມີສິ່ງຮັບປະກັນໃຫ້ ສປປ ເກົາຫລີ… ຂ້າພະເຈົ້າມີຄວາມຮູ້ສຶກວ່າ: ທ່ານ ກິມ ຈ໋ອງອຸນ ກໍເຫັນດີນຳບັນຫາດັ່ງກ່າວ ແຕ່ທຸກສິ່ງທຸກຢ່າງແມ່ນຢາກໃຫ້ມີສິ່ງຄ້ຳປະກັນຄວາມສະຫງົບປອດໄພ ແລະ ເຄົາລົບສິດອຳນາດອະທິປະໄຕຂອງເຂົາ” ປູຕິນ ມີຄຳເຫັນ.
ທ່ານ ປູຕິນ ຮຽກຮ້ອງວ່າ: ຖ້າຢາກປົດອາວຸດນິວເຄຼຍຂອງ ສປປ ເກົາຫລີ, ພວກເຮົາຕ້ອງມາເບິ່ງຄືນກົດໝາຍຂອງສາກົນ ແລະ ກົດໝາຍຂອງສາກົນຕ້ອງຢູ່ເໜືອກົດ “ກຳປັ້ນ”.
ສປປ ເກົາຫລີ ໄດ້ພະຍາຍາມພົບປະກັບອາເມລິກາກ່ຽວກັບບັນຫານິວເຄຼຍມາໄດ້ຫລາຍເດືອນແລ້ວ ແຕ່ກໍບໍ່ມີຜົນສຳເລັດ. ຍ້ອນແນວນັ້ນ ຈຶ່ງຫັນມາເພິ່ງຣັດເຊຍ ອັນທີ່ເປັນຄວາມຫວັງໃໝ່ໃນການແກ້ໄຂບັນຫາແຫລມເກົາຫລີ.
# ລູກເມືອງພວນ, https://dantri.com.ve, 26/4

