ອາດຍ້າຍ ! ນາຍໜ້າ ປ໊ອກບາ ຍົກເລີກເຈລະຈາຕໍ່ສັນຍາ

ເດິ ຊັນ ສື່ຂອງອັງກິດ ລາຍງານວ່າ: ມິໂນ່ ໄຣໂອລ່າ ນາຍໜ້າຂອງ ປອລ ປ໊ອກບາ ຍົກເລີກເຈລະຈາຕໍ່ສັນຍາກັບຜູ້ບໍລິຫານຂອງທີມ ໃນອາທິດກ່ອນ ໂດຍ ປ໊ອກບາ ຍັງບອກກັບເພື່ອນຮ່ວມທີມອີກວ່າ: ໂຊລຊາ ບໍ່ສາມາດພາທີມກັບໄປຍິ່ງໃຫຍ່ຄືໃນອະດີດໄດ້.
ມິໂນ່ ໄຣໂອລ່າ ນາຍໜ້າຂອງ ປອລ ປ໊ອກບາ ກອງກາງ ແມນເຊັສເຕີ ຢູໄນເຕັດ ສະໂມສອນດັງແຫ່ງ ພຣີເມຍລີກ ອັງກິດ ຍົກເລີກການເຈລະຈາເລື່ອງຕໍ່ສັນຍາກັບ ແມນຢູ ໃນອາທິດກ່ອນ.
ອະນາຄົດຂອງ ປ໊ອກບາ ກັບມາເປັນບັນຫາຮ້ອນອີກຄັ້ງ ຫລັງຈາກລາວບອກວ່າ: ການໄປຫລິ້ນໃຫ້ ຣີລ ມາດຣິດ ຄືຄວາມຝັນຂອງນັກເຕະທຸກຄົນ ແລະ ຍັງບອກວ່າ: ສົນໃຈຈະຮ່ວມງານກັບ ຊີເນດິນ ຊີດານ ຄືກັນ ເຊິ່ງຫລັງມານີ້ ລາວຟອມຕົກຄືຫລິ້ນໃນຕອນທີ່ທີມຍັງມີ ໂຊເຊ່ ມູຣິນໂຢ ເປັນຜູ້ຈັດການທີມ ແລະ ເຮັດໃຫ້ແຟນບານບາງຄົນຕຳໜິລາວຢ່າງໜັກ.
ຫລ້າສຸດ ເດິ ຊັນ ລາຍງານວ່າ: ອາທິດກ່ອນ ໄຣໂອລ່າ ມີນັດເຈລະຈາເລື່ອງຕໍ່ສັນຍາກັບຜູ້ບໍລິຫານຂອງ ແມນເຊັສເຕີ ຢູໄນເຕັດ ແຕ່ຖືກຍົກເລີກແບບກະທັນຫັນ ຈົນເບິ່ງຄືວ່າຈະເປັນການສະແດງໃຫ້ເຫັນວ່າ: ປ໊ອກບາ ຕ້ອງການຍ້າຍອອກຈາກທີມ.
ສື່ດັ່ງກ່າວລາຍງານອີກວ່າ: ປ໊ອກບາ ບອກກັບເພື່ອນຮ່ວມທີມວ່າ: ລາວບໍ່ເຊື່ອວ່າ ໂອເລ່ ກຸນນາ ໂຊລຊາ ຜູ້ຈັດການທີມຄົນປັດຈຸບັນຄືຄົນທີ່ຈະພິກສະຖານະການຂອງທີມໄດ້ ແລະ ບອກອີກວ່າ: ແມນເຊັສເຕີ ຢູໄນເຕັດ ບໍ່ເຄີຍພັດທະນາໃດໆ ນັບແຕ່ຕົນບອກລາທີມໄປເມື່ອປະມານ 7 ປີກ່ອນ.
ເດິ ຊັນ ລາຍງານອີກວ່າ: ນັກເຕະຫລາຍຄົນຂອງ ແມນເຊັສເຕີ ຢູໄນເຕັດ ບໍ່ເຊື່ອວ່າ: ໂຊລຊາ ຈະຄຸມ ປ໊ອກບາ ໃຫ້ຢູ່ໃນຂອບທີ່ເໝາະສົມໄດ້ ແລະ ຕອນນີ້ ປ໊ອກບາ ຍັງມີອິດທິພົນຫລາຍໃນກຸ່ມນັກເຕະ ເຖິງວ່າ ໂຊລຊາ ຈະພະຍາຍາມເຮັດໃຫ້ຕົນເອງເປັນຄົນທີ່ມີອິດທິພົນຫລາຍທີ່ສຸດ ເພ່ືອຈະໄດ້ຄຸມລູກທີມທຸກຄົນໄດ້ກໍຕາມ. ນອກຈາກນີ້ ດາວເຕະຊາວຝຣັ່ງຍັງບໍ່ພໍໃຈເຕັກນິກກຂອງ ໂຊລຊາ ທີ່ໃຫ້ທີມເນັ້ນຫລິ້ນບານໂຍນຍາວ.

