ອາເມລິກາເຊີນໜ່ວຍງານຄວບຄຸມການບິນ ທົ່ວໂລກຫາລືເລື່ອງໂບອິ້ງ 737 ແມັກ

ສຳນັກງານບໍລິຫານການບິນແຫ່ງຊາດອາເມລິກາ ຫລື FAA ກຽມເຊີນໜ່ວຍງານທີ່ຄວບຄຸມການບິນພົນລະເຮືອນຈາກທົ່ວໂລກ ມາປະຊຸມຮ່ວມກັນໃນເດືອນໜ້າ ເພື່ອຫາລືກ່ຽວກັບເຮືອບິນໂດຍສານໂບອິ້ງ 737 ແມັກ ເພື່ອພະຍາຍາມຮື້ຟື້ນຄວາມເຊື່ອໝັ້ນ ຫລັງຈາກເກີດອຸປະຕິເຫດຕໍ່ເຮືອບິນລຸ້ນນີ້ 2 ຄັ້ງໃນເວລາໃກ້ໆກັນ ແລະ ມີຜູ້ເສຍຊີວິດຈຳນວນຫລາຍ.
ໂຄສົກຂອງ FAA ເປີດເຜີຍວ່າ: ກອງປະຊຸມກຳນົດຈະຈັດຂຶ້ນຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 23 ພຶດສະພາ ໂດຍກອງປະຊຸມມີເປົ້າໝາຍໃນການແຈ້ງແນວທາງໃຫ້ໜ່ວຍງານເບິ່ງແຍງກິດຈະການການບິນພົນລະເຮືອນໄດ້ຮູ້ ກ່ຽວກັບຂະບວນການຂອງ FAA ໃນການນຳເຮືອບິນໂບອິ້ງ 737 ແມັກ ກັບມາໃຫ້ບໍລິການອີກເທື່ອໜຶ່ງ, ເຮືອບິນໂດຍສານລຸ້ນນີ້ຖືກສັ່ງໂຈະການໃຊ້ທົ່ວໂລກໃນກາງເດືອນມີນາ ຫລັງຈາກສາຍການບິນເອທິໂອປີ ແອລາຍ ແລະ ໄລອອນ ແອ ຕົກໃນເວລາຫ່າງກັນບໍ່ເທົ່າໃດເດືອນ ເຮັດໃຫ້ມີຜູ້ເສຍຊີວິດ 346 ຄົນ, ປະເທດທີ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມປະຊຸມນັ້ນ ມີຈີນ, ການາດາ, ເບຣຊິນ, ເອທິໂອປີ, ອິນໂດເນເຊຍ ແລະ ປະເທດໃນເອີຣົບ. ໂຄສົກ FAA ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ຈະຫາລືກ່ຽວກັບກິດຈະກຳຂອງ FAA ເພື່ອນຳໄປສູ່ຄວາມໝັ້ນໃຈທີ່ຈະນຳເອົາເຮືອບິນໂບອິ້ງ 737 ແມັກ ກັບມາໃຊ້ໄດ້ຢ່າງປອດໄພ. ນອກຈາກນັ້ນ ຍັງກຽມຜູ້ຊ່ຽວຊານດ້ານຄວາມປອດໄພໄວ້ຕອບຄຳຖາມຂອງຜູ້ເຂົ້າຮ່ວມປະຊຸມ ເພື່ອຊ່ວຍໃນການຕັດສິນໃຈເລື່ອງການອະນຸຍາດໃຫ້ເຮືອບິນລຸ້ນນີ້ກັບມາໃຫ້ບໍລິການອີກເທື່ອໜຶ່ງ.

