ຮູ້​ໄວ້​ກ່ອນ ກ່ອນ​ມາ​ທ່ອງ​ທ່ຽວ​ຢູ່​ລາວ

  • ການທ່ອງທ່ຽວ ຢູ່ ລາວມີ 3 ປະເພດຄື:

ທ່ອງທ່ຽວດ້ານວັດທະ ນະທຳ, ທ່ອງທ່ຽວດ້ານປະ ຫວັດສາດ ແລະ ທ່ອງທ່ຽວ ດ້ານທຳມະຊາດ. ໃນນັ້ນ, ໄດ້ ແບ່ງອອກເປັນ 6 ເຂດຕົ້ນຕໍ  ຄື: ເຂດໜື່ງແມ່ນນະຄອນ ຫຼວງວຽງຈັນ, ຊຽງຂວາງ, ຫຼວງພະບາງ, ທ່າແຂກ (ຄຳ ມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ

•           ເຂດນະຄອນຫຼວງວຽງຈັນ: ແມ່ນການທ່ອງທ່ຽວດ້ານວັດທະນະທຳ ແລະ ປະຫວັດສາດເປັນຕົ້ນຕໍ,  ເນື່ອງຈາກວ່າ:  ຢູ່ໃນນະຄອນຫຼວງວຽງຈັນມີວັດວາອາ ຣາມປະມານ 1.400 ແຫ່ງ. ໃນນັ້ນມີຊື່ສຽງໂດ່ງ ດັງກ່ວາໝູ່ກໍຄື: ພະທາດຫຼວງ, ຫໍພະແກ້ວ, ວັດສີສະເກດ,  ວັດສີເມືອງ, ວັດຊຽງຄວນ, ອານຸສາວະລີ…

•           ເຂດຊຽງຂວາງ: ສະຖານທີ່ທ່ອງທ່ຽງມີທັງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດເຊັ່ນ: ທົ່ງໄຫຫີນ, ຖໍ້າປິວ, ບໍ່ນໍ້າອຸ່ນ ເມືອງຄຳ, ທາດຝຸ່ນ ແລະ ວັດເພຍວັດ ເມືອງຄູນ…

(ຫໍພະແກ້ວ)

• ເຂດ ຫຼວງພະບາງ: ຕົ້ນຕໍແມ່ນແຫຼ່ງທ່ອງທ່ຽວວັດ ທະນະທຳ ແລະ ທຳມະຊາດ ເຊັ່ນ: ຫໍພິພິທະພັນເຈົ້າຊີວິດ, ວັດພູສີ, ວັດຊຽງທອງ, ທາດໝາກໂມ, ຖໍ້າຕິ່ງ, ຕາດກວາງຊີ…

(ວັດສີສະເກດ)

•           ເຂດທ່າແຂກ (ຄຳມ່ວນ) ຕົ້ນຕໍແມ່ນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳຈຳນວນໜື່ງ: ທາດສີໂຄດຕະບອງ, ກຳແພງຫີນຍັກ, ຖໍ້ານາງແອ່ນ, ຖໍ້າພະໜອງປາຝາ, ຖໍ້າພະອິນ…

• ເຂດ ສະຫວັນນະເຂດ: ທາດອີງຮັງ, ພິພິຕະພັນໄດໂນເສົາ, ເຮືອນທ່ານປະທານ ໄກສອນ ພົມວິຫານ, ຫໍພິພິ ທະພັນກອງທັບ ບ້ານ ດົງ…

•           ເຂດຈຳປາສັກ: ມີ ວັດພູ, ຄອນພະເພັງ, ດອນໂຂງ, ຕາດສ້ວມ ແລະ ຫຼາຍ ແຫ່ງອື່ນໆອີກທີ່ໜ້າປະທັບໃຈ.

(ວັດຊຽງທອງ)