ສຕລ ກຽມຈັດຝຶກອົບຮົມຄູຝຶກລະດັບ D ກໍາມະການບານເຕະ ຂັ້ນພື້ນຖານຢູ່ 4 ແຂວງພາກເຫນືອ

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course , ຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານ ແລະ ຈັດກິດຈະກຳບານເຕະຂອງເຍົາວະຊົນ ປະຈຳປີ 2019 ເພື່ອສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ແລະ ກຳມະການໃຫ້ໄດ້ທົ່ວທຸກເຂດຫ່າງໄກ ແລະ ດ້ອຍໂອກາດ, ນຳໃຊ້ການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ແລະ ກຳມະການຕັດສິນບານເຕະຂັ້ນພື້ນຖານໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ ເພື່ອພັດທະນາບັນດາຄູຝຶກ, ພັດທະນາກຳມະການຕັດສິນ ໃຫ້ມີຄວາມສາມາດ, ມີພອນສະຫວັນທາງດ້ານກິລາບານເຕະໃຫ້ກາຍມາເປັນຄູຝຶກ ແລະ ກຳມະການ, ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາລຸ້ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແຫນງການຕ່າງໆ ເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.
ການຈັດຝຶກອົບຮົມດັ່ງກ່າວແມ່ນຈະໄດ້ຈັດຂຶ້ນຢູ່ 4 ແຂວງພາກເຫນືອ ພາຍໃນເດືອນພຶດສະພາ ແລະ ເດືອນມິຖຸນາ 2019 ລາຍລະອຽດດັ່ງນີ້: ວັນທີ 14-17 ພຶດສະພາ ຢູ່ແຂວງອຸດົມໄຊ, ວັນທີ 21-24 ພຶດສະພາ ຢູ່ແຂວງຜົ້ງສາລີ, ວັນທີ 28-31 ພຶດສະພາ ຢູ່ແຂວງຫລວງນ້ຳທາ, ວັນທີ 4-7 ມິຖຸນາ ຢູ່ແຂວງບໍ່ແກ້ວ.
ສຳລັບ ປີ 2019 ການຝຶກອົບຮົມຄູຝຶກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course , ຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານ ແລະ ຈັດກິດຈະກຳບານເຕະຂອງເຍົາວະຊົນ ແມ່ນໄດ້ຈັດມາແລ້ວ ຢູ່ 2 ແຂວງຄື: ແຂວງຊຽງຂວາງ ແລະ ແຂວງຫົວພັນ ໃນເດືອນມີນາຜ່ານມາ, ສ່ວນພາກໃຕ້ແມ່ນຈະຈັດຢູ່ 2 ແຂວງ ຄື: ວັນທີ 19-21 ກັນຍາ ຢູ່ແຂວງເຊກອງ, ວັນທີ 23-25 ກັນຍາ ຢູ່ແຂວງອັດຕະປື.

