ເອັມບັບເປ້ ຢືນຢັນຢູ່ ປາຣີ ແຊງແຊກແມງ ຕໍ່ໄປ

ຄີລິຢັນ ເອັມບັບເປ້ ຫົວຫອກເນື້ອຫອມຂອງ ປາຣີ ແຊງແຊກແມງ ເຮັດໃຫ້ແຟນບານຍິ້ມດີໃຈ ເມື່ອປະກາດຈະແຈ້ງບໍ່ຄິດຖິ້ມທີມ ເຖິງວ່າຈະມີຂ່າວ ຣີລ ມາດຣິດ ສົນໃຈຢາກໄດ້ລາວໄປຮ່ວມທັບໜ້າຮ້ອນນີ້ ໂດຍນັກເຕະຢືນຢັນຕ້ອງການຢູ່ກັບທີມຕໍ່ໄປ.
ຄີລິຢັນ ເອັມບັບເປ້ ກອງໜ້າດາວຮຸ່ງ ປາຣີ ແຊງແຊກແມງ ອອກມາປະກາດຈຸດຢືນຈະແຈ້ງບໍ່ເຄີຍຄິດອຳລາ “ເປແອສເຊ” ເພື່ອໄປຫລິ້ນກັບ ຣີລ ມາດຣິດ ຫລັງຊ່ວຍທີມຄວ້າແຊ້ມ ລີກ ເອິງ ຝຣັ່ງ ໃນລະດູການນີ້ ໂດຍເປັນແຊ້ມລີກສູງສຸດສະໄໝທີ 8 ຂອງສະໂມສອນ.
ຫົວຫອກທີມຊາດຝຣັ່ງ ຍິງແຮດທຣິກຊ່ວຍຕົ້ນສັງກັດຖະຫລົ່ມ ໂມນາໂກ 3-1 ໃນເກມລີກ ວັນທີ 21 ເມສາ ໂດຍຖືເປັນການສະຫລອງຜົນສຳເລັດຂອງທີມ ເນື່ອງຈາກພວກເຂົາຄວ້າແຊ້ມກ່ອນລົງສະໜາມນັດນີ້ ເພາະ ລີລ ສະເໝີກັບ ຕູລູສ 0-0.
ເອັມບັບເປ້ ເຊິ່ງມັກຈະຕົກເປັນຂ່າວກັບ ຣີລ ມາດຣິດ ມາຕະຫລອດ ໂດຍສື່ລາຍງານວ່າ: ຣີລ ມາດຣິດ ຢາກໄດ້ນັກເຕະຄົນນີ້ມາດົນແລ້ວ ນັບແຕ່ສະໄໝລາວແຈ້ງເກີດກັບ ໂມນາໂກ ໄດ້ອອກມາບອກຂ່າວໃຫ້ໃຫ້ແຟນບານ “ເປແອສເຊ” ຍິ້ມດີໃຈວ່າຈະຂໍຢູ່ໃນຖິ່ນປາຣກ ເດສ ແພຣັງ ຕໍ່ໄປ.

