ພິທີແຫ່ນາກຢູ່ຫລວງພະບາງສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວເປັນຢ່າງດີ

ພິທີແຫ່ພະຍານາກຈາກພະທາດຈອມສີລົງສູ່ໜອງເທິງເກດ, ນະຄອນ ຫລວງພະບາງ ໄດ້ມີຂຶ້ນເປັນປະຈໍາທຸກໆປີໃນມື້ສັງຂານຂຶ້ນປີໃໝ່ລາວ ເຊິ່ງປີນີ້ ກົງກັບວັນທີ 16 ເມສາ, ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ມວນຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມຊົມເປັນຈໍານວນຫລວງຫລາຍ.

ໃນພິທີໄດ້ມີການສະແດງລະຄອນພະລັກພະລາມ ເຊິ່ງການສະແດງດັ່ງ ກ່າວໄດ້ສ່ອງແສງໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ມີມາແຕ່ດຶກດໍາບັນ.

ເຖົ້າແກ່ອາວຸໂສໃຫ້ຮູ້ວ່າ: ການແຫ່ພະຍານາກດັ່ງກ່າວ ແມ່ນມີມູນເຫດມາຈາກທ້າວໃຈຈຳນົງຮັກສາພະບາດສີສັດຕະນາກເຈົ້າຢູ່ເຝົ້າຈອມສີ ກົງທະນາບໍດີເປັນເຄົ້າ, ໝາຍເຖິງວ່າ ຕົນນີ້ໃຫ່ຍກ່ວາເພີ່ນ. ດັ່ງນັ້ນ, ໃນມື້ສັງຂານຂຶ້ນຈຶ່ງຈະຕ້ອງໄດ້ແຫ່ຈາກພະທາດຈອມສີ ລົງມາສູ່ໜອງເທິງເກດ ເພື່ອສະແດງຄວາມເກັ່ງກ້າປີຊາສາມາດ ແລະ ພິທີກຳດັ່ງກ່າວໄດ້ຍືນຍົງຄົງຕົວຕະຫລອດມາ.

ສຳລັບກິດຈະກຳໃນຕອນຄໍ່າຂອງມື້ສັງຂານຂຶ້ນຍັງມີການສະແດງຟ້ອນ ລໍາໂຄມ, ສະແດງລະຄອນຕອນພະລາມຕາມຫາກວາງຄໍາ ແລະ ການລັກພາຕົວນາງສີດາ, ຟ້ອນຍັກ, ຟ້ອນລີງ ແລະ ການຟ້ອນນາງແກ້ວອື່ນໆອີກອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວຊົມດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ..