ເປີດຕົວເລກຄ່າຕົວ ? ຣີລ ມາດຣິດ ກຽມຍື່ນຊື້ ອາຊາ ເປັນທາງການ

ເດິ ຊັນ ສື່ຂອງອັງກິດ ລາຍງານຄວາມຄືບໜ້າໃນການລ່າຕົວ ເອແດ໊ນ ອາຊາ ດາວເຕະ ເຊລຊີ ຂອງ ຣີລ ມາດຣິດ ໂດຍບອກວ່າພາຍໃນອາທິດນີ້ ຣີລ ມາດຣິດ ຈະຍື່ນຂໍ້ສະເໜີທີ່ໃຫ້ຄ່າຕົວລາວ 85 ລ້ານປອນ ແລະ ຣີລ ມາດຣິດ ກຽມຍົກລະດັບໃນການໄລ່ລ່ ປອລ ປ໊ອກບາ ມິດຟິລ ແມນເຊັສເຕີ ຢູໄນເຕັດ ແບບຈິງຈັງນຳອີກ.
ຣີລ ມາດຣິດ ສະໂມສອນຍັກໃຫຍ່ແຫ່ງເວທີ ລາ ລີກາ ສະເປນ ກຽມຈະຍື່ນຂໍ້ສະເໜີເປັນເງິນ 85 ລ້ານປອນ ເພື່ອຂໍຊື້ ເອແດ໊ນ ອາຊາ ປີກຊາວເບລຢ້ຽມຂອງ ເຊລຊີ ພາຍໃນອາທິດນີ້.
ຣີລ ມາດຣິດ ຕົກເປັນຂ່າວກັບ ອາຊາ ມາດົນແລ້ວ ໂດຍດາວເຕະທີມຊາດເບລຢ້ຽມມັກຈະໃຫ້ສຳພາດວ່າ: ມັກ ຣີລ ມາດຣິດ ມາແຕ່ຍັງນ້ອຍ ໂດຍລາວຈະໝົດສັນຍາກັບ ເຊລຊີ ໃນໜ້າຮ້ອນປີໜ້າ ຈົນເຮັດໃຫ້ອະນາຄົດຂອງລາວເປັນສິ່ງທີ່ຖືກຈັບຕາເບິ່ງຫລາຍ.
ຫລ້າສຸດ ເດິ ຊັນ ລາຍງານວ່າ: ຣີລ ມາດຣິດ ກຽມຈະຍື່ນຂໍ້ສະເໜີຂໍຊື້ ອາຊາ ແບບເປັນທາງການຄັ້ງທຳອິດພາຍໃນອາທິດນີ້ ແລະ ຈະເຈລະຈາກັບ ເຊລຊີ ຕໍ່ໄປຫລັງຈົບລະດູການ 2018-19 ໂດຍຖ້າທັງສອງທີມຕົກລົງຄ່າຕົວກັນໄດ້ແລ້ວ ຍອດທີມແຫ່ງຖິ່ນ ຊານຕິອາໂກ້ ເບນາເບວ ພ້ອມທີ່ຈະໃຫ້ສັນຍາກັບອະດີດນັກເຕະ ລີລ ເປັນເວລາເຖິງ 6 ປີ.
ສື່ດັ່ງກ່າວລາຍງານອີກວ່າ: ຣີລ ມາດຣິດ ກຽມຍົກລະດັບໃນການລ່າຕົວ ປອລ ປ໊ອກບາ ມິດຟິລ ແມນເຊັສເຕີ ຢູໄນເຕັດ ນຳອີກ ຫລັງຈາກ ແມນເຊັສເຕີ ຢູໄນເຕັດ ຕົກຮອບກ່ອນຮອງຊະນະເລີດ ຢູຟາ ແຊມປ້ຽນລີກ ເປັນທີ່ຮຽບຮ້ອຍແລ້ວ ໂດຍເຖິງວ່າ ປ໊ອກບາ ຈະຫາກໍສ້າງຜົນງານໄດ້ໜ້າຜິດຫວັງໃນເກມ ແຊມປ້ຽນລີກ ຮອບ 8 ທີມສຸດທ້າຍທັງສອງນັດ, ແຕ່ ຊີເນດິນ ຊີດານ ຄູຝຶກ ຣີລ ມາດຣິດ ຍັງເຊື່ອວ່າດາວເຕະຊາວຝຣັ່ງຄືຄົນທີ່ເໝາະສົມຈະເປັນສູນກາງໃນການຫລິ້ນຂອງທີມ.
