ການຊື້ສຽງຍັງເປັນບັນຫາໃຫຍ່ ເລືອກຕັ້ງຢູ່ອິນໂດເນເຊຍ

ຫລາຍຝ່າຍຍອມຮັບວ່າ: ການຊື້ສຽງຍັງຄົງເປັນບັນຫາໃຫຍ່ຂອງການເລືອກຕັ້ງຢູ່ອິນໂດເນເຊຍທີ່ຈະມີຂຶ້ນໃນວັນທີ 17 ເມສານີ້, ຫລ້າສຸດມີສະມາຊິກສະພາທ່ານໜຶ່ງຖືກຈັບ ພ້ອມຊອງຈຳນວນຫລາຍທີ່ໃສ່ເງິນລວມ 8.000 ລ້ານຣູເປຍ (ສະກຸນເງິນອິນໂດເນເຊຍ).
ນັກວິໄຈຂອງກຸ່ມຕິດຕາມການທຸຈະລິດອິນໂດເນເຊຍ (Indonesia Corruption Watch) ກ່າວເຖິງຄະດີຂອງທ່ານ ໂບໂວ ວິດິກ ປັງກາໂຊ ສະມາຊິກສະພາ ທີ່ຖືກຄວບຄຸມໃນເດືອນກ່ອນ ຂໍ້ຫາສໍ້ໂກງເງິນບໍລິສັດປຸ໋ຍ ແລະ ເຈົ້າໜ້າທີ່ພົບກ່ອງຈຳນວນຫລາຍບັນຈຸຊອງໃສ່ເງິນວ່າ: ເປັນສິ່ງຢືນຢັນວ່າການເມືອງ ແລະ ການທຸຈະລິດຍັງມີການກ່ຽວພັນຢ່າງໃກ້ຊິດ, ຜູ້ສະໝັກທຸຈະລິດຕ້ອງຢາຍເງິນໃຫ້ຫລາຍທີ່ສຸດເທົ່າທີ່ເຮັດໄດ້ຫວັງຊື້ສຽງປະຊາຊົນ ໂດຍມັກເຮັດໃນຄືນກ່ອນວັນເລືອກຕັ້ງ ຫວັງປ່ຽນໃຈຄົນຮັບເງິນໃຫ້ລົງຄະແນນໃຫ້. ຜູ້ສະໝັກບໍ່ມີຊື່ສຽງ ແລະ ຜູ້ສະໝັກເຈົ້າຂອງພື້ນທີ່ເກົ່າທີ່ບໍ່ຄ່ອຍພົບປະປະຊາຊົນມັກໃຊ້ວິທີຊື້ສຽງຫລາຍກວ່າປະຊາສຳພັນຕົນເອງ. ຂະນະທີ່ ປະຊາຊົນເບິ່ງວ່າ: ເປັນໂອກາດດຽວທີ່ຈະໄດ້ເງິນ ຫລື ສິ່ງຂອງ ເພາະຫລັງວັນເລືອກຕັ້ງຜູ້ສະໝັກເຫລົ່ານີ້ຈະບໍ່ມາໃຫ້ເຫັນໜ້າອີກ.
ສະມາຊິກສະພາໄວ 37 ປີທ່ານໜ່ຶງເປີດເຜີຍວ່າ: ພົບເຫັນເລື່ອງນີ້ກັບຕົນເອງເມື່ອຕອນລົງເລືອກຕັ້ງຄັ້ງທຳອິດໃນປີ 2014 ປະຊາຊົນຫລາຍຄົນຖາມທ່ານແບບຕົງໆວ່າ: ຈະໃຫ້ເງິນເທົ່າໃດ ກະທັ້ງຄອບຄົວນັກການເມືອງຍັງຮຽກຮັບເງິນນຳອີກ ກາຍເປັນສັງຄົມທີ່ເຮັດຫຍັງຕ້ອງໄດ້ສິ່ງຕອບແທນ. ມີການຕີລາຄາວ່າ: ການເລືອກຕັ້ງຄັ້ງກ່ອນ ຜູ້ມີສິດເລືອກຕັ້ງເຖິງ 1 ໃນ 3 ຖືກຄົນຂໍຊື້ສຽງ, ຜູ້ສະໝັກບາງຄົນອ້າງວ່າໃຫ້ເງິນເພື່ອໃຫ້ຜູ້ທີ່ເປັນຖານສຽງຢູ່ແລ້ວອອກໄປໃຊ້ສິດເທົ່ານັ້ນ, ບາງຄົນຍອມຮັບວ່າ: ຈ້າງນາຍໜ້າອິດສະຫລະໄປຊື້ສຽງແກນນຳຖານສຽງຄູ່ແຂ່ງທີ່ພ້ອມລົງຄະແນນໃຫ້ໃຜກໍໄດ້ທີ່ຈ່າຍສູງກວ່າ.
ການເລືອກຕັ້ງວັນທີ 17 ເມສານີ້ ເປັນຄັ້ງທຳອິດໃນປະຫວັດສາດອິນໂດເນເຊຍທີ່ຈະມີການເລືອກຕັ້ງປະທານາທິບໍດີ, ຮອງປະທານາທິບໍດີ ແລະ ສະມາຊິກສະພາທີ່ປຶກສາປະຊາຊົນ ເຊິ່ງປະກອບມີສະພາຜູ້ແທນລາຊະດອນ ແລະ ສະພາຜູ້ແທນທ້ອງຖິ່ນ ພ້ອມກັນ, ມີຜູ້ມີສິດເລືອກຕັ້ງ 192 ລ້ານຄົນຈາກປະຊາກອນທົ່ວປະເທດເກືອບ 269 ລ້ານຄົນ ແລະ ມີຜູ້ສະໝັກຮັບເລືອກຕັ້ງສູງເປັນປະຫວັດສາດເຖິງ 245.000 ຄົນ.

