ນາງ ເທເຣຊາ ເມ ປະກາດລາອອກທັນທີ ຖ້າບັນລຸຂໍ້ຕົກລົງເບຣັກຊິດ

ນາຍົກລັດຖະມົນຕີ ເທເຣຊາ ເມ ຂອງອັງກິດ ໃຫ້ຄຳໝັ້ນວ່າຈະລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ດ້ວຍເງື່ອນໄຂທີ່ລັດຖະສະພາອັງກິດຈະຕ້ອງສະໜັບສະໜູນຂໍ້ຕົກລົງແຍກຕົວຈາກສະຫະພາບເອີຣົບ (EU) ຂອງທ່ານ ເພື່ອໃຫ້ຂະບວນການແຍກຕົວລຸລ່ວງຕາມກຳນົດເສັ້ນຕາຍ.
ຜູ້ນຳຍິງອັງກິດ ກ່າວໃນກອງປະຊຸມລັດຖະສະພາອັງກິດວ່າ: ນາງກຽມຈະລາອອກຈາກຕຳແໜ່ງນາຍົກລັດຖະມົນຕີກ່ອນກຳນົດທີ່ໄດ້ວາງໄວ້ ເພື່ອເຮັດໃນສິ່ງທີ່ຖືກຕ້ອງສຳລັບປະເທດຊາດ ແລະ ກັບພັກ ແລະ ນາງຮູ້ດີວ່າພັກຂອງນາງບໍ່ຕ້ອງການໃຫ້ນາງເປັນຜູ້ນຳໃນການເຈລະຈາເບຣັກຊິດຂັ້ນຕໍ່ໄປ ເຊິ່ງທ່ານ ນາງ ເທເຣຊາ ບໍ່ຕ້ອງການຈະຂັດຂວາງເຈຕະນານີ້.
ການປະກາດລາອອກຂອງນາຍົກລັດຖະມົນຕີອັງກິດ ມີຂຶ້ນເປັນຄັ້ງທຳອິດ ຫລັງຈາກລັດຖະສະພາ ລວມທັງສະມາຊິກສະພາຜູ້ແທນລາຊະດອນໃນພັກລັດຖະບານຂອງນາງຕ່າງມີມະຕິບໍ່ສະໜັບສະໜູນແຜນການແຍກຕົວຈາກສະຫະພາບເອີຣົບຂອງທ່ານ ນາງ ເທເຣຊາ ເມ ທັງ 2 ຄັ້ງ ເຊິ່ງຜູ້ນຳອັງກິດກ່າວວ່າ: ນາງຈະສະໜັບສະໜູນແຜນເບຣັກຊິດອື່ນໆທີ່ໄດ້ຮັບການສະໜັບສະໜູນ ໃນການລົງມະຕິໃນວັນຈັນໜ້າ.
ຂະນະທີ່ຜົນສຳຫລວດຂອງສະຫະພັນການຈ້າງວຽກ (REC) ບົ່ງບອກວ່າ: ຄວາມເຊື່ອໝັ້ນຂອງນາຍຈ້າງໃນສະຫະຣາຊະອານາຈັກ ທີ່ມີຕໍ່ທ່າອ່ຽງເສດຖະກິດຂອງປະເທດ ຫລຸດລົງ 8% ໃນເດືອນມີນາ ຈາກເດືອນກ່ອນໜ້າ ແລະ ຕໍ່າກວ່າຜົນສຳຫລວດໃນເດືອນມິຖຸນາ 2016 ເຖິງ 54%.
ຜົນສຳຫລວດເດືອນມີນາສະແດງໃຫ້ເຫັນວ່າ: ຄວາມເຊື່ອໝັ້ນຂອງນາຍຈ້າງໃນການຕັດສິນໃຈຈ້າງວຽກ ແລະ ລົງທຶນ ຫລຸດລົງ 6% ຈາກເດືອນກຸມພາ ແລະ ຂໍ້ມູນຂອງ REC ລະບຸວ່າ: 82% ຂອງນາຍຈ້າງບໍ່ມີອັດຕາກຳລັງບຸກລະຄາກອນສ່ວນເກີນ ແລະ ບໍ່ຈຳເປັນຕ້ອງຈ້າງພະນັກງານເພີ່ມ ຖ້າຄວາມຕ້ອງການເພີ່ມຂຶ້ນ.

