ກຣິດມັນ ຮັບອາດຍ້າຍໄປ ແມນເຊສເຕີ ຢູໄນເຕັດ

ອອງຕວນ ກຣິດມັນ ເຜີຍ ຄວາມເປັນໄປໄດ້ທີ່ຈະຍ້າຍໄປ ແມນເຊສເຕີ ຢູໄນເຕັດ ໃນລະດູ ການໜ້າ.
ດາວເຕະອາຍຸ 26 ປີ ຕົກ ເປັນຂ່າວມາຕະຫຼອດຫຼາຍເດືອນຜ່ານມາ ເປັນທີ່ຄາດກັນວ່າຄ່າ ໂຕຂອງ ກຣິດມັນ ຈະຢູ່ທີ 86 ລ້ານປອນ ແຕ່ບໍ່ແມ່ນປັນຫາສຳ ລັບ ແມນເຊສເຕີ ຢູໄນເຕັດ ເນື່ອງ ຈາກລະດູການຜ່ານມາພວກເຂົາທຸ່ມເງິນເປັນສະຖິຕິໂລກ 89 ລ້ານປອນ ຊື້ ປອລ ປັອກບາ ມາ ແລ້ວ.
ຫຼ້າສຸດ ກຣິດມັນ ໄດ້ເປັນ ແຂກຮັບເຊີນໃນລາຍການ ຄົວ ຕິດຽນ ໂດຍລາວເອງໄດ້ເວົ້າເຖິງ ຄວາມເປັນໄປໄດ້ທີ່ຈະຍ້າຍມາ ຮ່ວມທີມ ແມນເຊສເຕີ ຢູໄນ ເຕັດວ່າ: “ອະນາຄົດຂອງຂ້ອຍ ຈະຕັດສິນໃຈໃນອີກສອງອາ ທິດ”

