ລາວສຸມໃສ່ສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດໃຫ້ຫລາຍຂຶ້ນ

ເພື່ອສົ່ງເສີມວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດ ໄດ້ຈັດຂຶ້ນໃນວັນທີ 21 ມີນານີ້ ທີ່ນະຄອນຫຼວງວຽງຈັນ ເພື່ອຊີ້ນໍາໂຄງການສ້າງຍຸດທະສາດແຫ່ງຊາດສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດໃຫ້ຫລາຍຂຶ້ນ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາທ່ານຮອງເຈົ້າ ແຂວງເຊກອງ, ຮອງເຈົ້າແຂວງສະຫວັນນະເຂດ ແລະ ຜູ້ຕາງໜ້າຫ້ອງການແຮງງານສາກົນປະຈໍາພາກພື້ນ ທີ່ບາງກອກ ປະເທດໄທ, ຕາງໜ້າອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດເຊີແລນເຂົ້າຮ່ວມນໍາດ້ວຍ.
ກອງປະຊຸມດັ່ງກ່າວ ແນໃສ່ສະໜັບສະໜູນການຈັດຕັ້ງປະ ຕິບັດຖະແຫຼງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ ເຊິ່ງອົງການແຮງງານສາກົນໄດ້ມີບົດບາດສໍາຄັນໃນການກໍານົດ ແລະ ວາງແຜນຍຸດທະສາດດັ່ງກ່າວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນງານການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາໃນ ສປປ ລາວ ໄລຍະ 2017-2021 ໃນບູລິມະສິດທີ 1 ແມ່ນສົ່ງເສີມການມີວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານ ເຊິ່ງໂຄງການສ້າງຍຸດທະສາດແຫ່ງຊາດສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດໃນ ສປປ ລາວ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດແມ່ນໂຄງການທີ່ອົງການແຮງງານສາກົນ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດເຊີແລນໄດ້ໃຫ້ການສະໜັບສະໜູນ ໂດຍສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາໂຄງການທົດລອງສົ່ງເສີມການສ້າງລາຍໄດ້ ແລະ ການມີວຽກເຮັດງານທໍາຢູ່ຊົນນະບົດ ເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ແຂວງເຊກອງທີ່ໄດ້ຈັດຕັ້ງປະຕິບັດແຕ່ປີ 2011-2016 ແລະ ຈະໄດ້ຂະຫຍາຍມາຈັດຕັ້ງປະຕິບັດເພີ່ມຢູ່ ແຂວງສະຫວັນນະເຂດ ໂດຍເລີ່ມປະຕິບັດມາແຕ່ເດືອນພຶດສະພາ 2017 ແລະ ຈະສິ້ນສຸດໃນເດືອນເມສາ 2020. ໂຄງການນີ້ຈະສຸມໃສ່ຈັດຕັ້ງປະຕິບັດໃຫ້ບັນ ລຸ 3 ຄາດໝາຍຜົນໄດ້ຮັບຄື: 1. ປະຊາຊົນໃນຊົນນະບົດເປົ້າໝາຍໃນແຂວງເຊກອງ ແລະ ສະຫວັນນະເຂດ ມີໂອກາດໃນການຈ້າງງານທີ່ມີຄຸນຄ່າເປັນທຳ ແລະ ມີລາຍໄດ້ເພີ່ມຂື້ນຈາກການຈັດຕັ້ງປະຕິບັດວິທີການສະໜັບສະໜູນແບບປະສົມປະສານ. 2. ແຜນຍຸດທະສາດແຫ່ງຊາດເພື່ອສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດໄດ້ຮັບບການພັດທະນາ ແລະ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ: ການຫັນປ່ຽນຈາກການຈ້າງງານນອກລະບົບສູ່ການຈ້າງງານໃນລະບົບ. 3. ເພີ່ມທະວີການສ້າງຖານຄວາມຮັບຮູ້ ແລະ ແລກປ່ຽນຄວາມຮູ້ ເພື່ອຊຸກຍູ້ການສ້າງວຽກເຮັດງານທຳໃນຊົນນະບົດໃນ ສປປ ລາວ.

