ຢູເວນຕຸສ ຄວ້າ ກວາດຣາໂດ ມາຮ່ວມທີມແບບຖາວອນແລ້ວ

ສະໂມສອນ ຢູເວນຕຸສ ຍອດ ທີມແຫ່ງເວທີ ກັລໂຊ ເຊເຣຍອາ ອິຕາລີ ປະກາດເຊັນສັນຍາຄວ້າ ໂຕ ຮວນ ກວາດຣາໂດ ປິກທີມ ຊາດໂຄລອມບີ ມາຈາກ ເຊລຊີ ສະໂມສອນແຊ໊ມ ອັງກິດ ແບບຖາ ວອນ ໂດຍເຊັນສັນຍາຮ່ວມວຽກ ກັນເປັນເວລາ 3 ປີ.

ກວາດຣາໂດ ຍ້າຍຈາກ ເຊລຊີ ມາຫຼິ້ນໃຫ້ ຢູເວນຕຸສ ແບບ ສັນຍາຢືມໂຕໃນປີ 2015 ແລະ ປະສົບຄວາມສຳເລັດຢ່າງສູງກັບການຄ້າແຄ່ງໃນຖິ່ນ ຢູເວນຕຸສ  ເປັນເວລາ 2 ປີ ຈົນຫຼ້າສຸດ ຢູເວນ ຕຸສ ຊື້ຂາດຮຽບຮ້ອຍ ດ້ວຍຄ່າ ໂຕ 20 ປອນ.

ສຳລັບລະດູການນີ້ ກວາ ດຣາໂດ ລົງຫຼິ້ນໃຫ້ ຢູເວນຕຸສ ໄປ ແລ້ວທັງໝົດ 43 ນັດ ຍິງໄດ້ 3 ປະຕູ.