ເຊີນຮ່ວມກິດຈະກຳຮັບບໍລິຈາກເລືອດຕ້ອນຮັບວັນແມ່ຍິງສາກົນ

ເນື່ອງໃນໂອກາດຕ້ອນຮັບວັນແມ່ຍິງສາກົນທີ 8 ມີນາ ຄົບຮອບ 109 ປີ, ສູນເລືອດແຫ່ງຊາດ-ອົງການກາແດງລາວ ຮ່ວມກັບສູນການຄ້າລາວ-ໄອເຕັກ ຂໍເຊີນຊວນມວນຊົນເຂົ້າຮ່ວມກິດຈະກໍາບໍລິຈາກເລືອດ, ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 7 ມີນານີ້ ຢູ່ສູນການຄ້າລາວ-ໄອເຕັກ ຊັ້ນ 6, ພາຍໃຕ້ຄໍາຂວັນ “ໃຫ້ເລືອດ ໃຫ້ຊີວິດ”.
ສຳລັບທ່ານໃດທີ່ມີສຸຂະພາບແຂງແຮງ ແລະ ຢາກເປັນສ່ວນໜຶ່ງໃນການແບ່ງປັນສ້າງບຸນກຸສົນໃນຄັ້ງນີ້ສາມາດເຂົ້າຮ່ວມບໍລິຈາກໄດ້ ພ້ອມທັງເປັນການບໍລິຈາກເລືອດເພື່ອຊ່ວຍຊີວິດຂອງຫລາຍໆຄົນທີ່ກຳລັງຕ້ອງການຄວາມຊ່ວຍ ເຫລືອຂອງທ່ານ. ການບໍລິຈາກເລືອດຍັງສົ່ງຜົນດີໃຫ້ກັບຮ່າງກາຍຂອງຄົນເຮົາຄື: ຊ່ວຍກະຕຸ້ນຜະລິດເມັດເລືອດໃໝ່, ລົດຄວາມສ່ຽງຈາກພະຍາດຕ່າງໆ, ຊ່ວຍເຮັດໃຫ້ຮ່າງການແຂງແຮງ, ຜິວດີ ໜ້າໃສ ແລະ ໄດ້ຮັບການກວດສຸຂະພາບອີກດ້ວຍ.

