ທ່ານ ທຣຳ ຂູ່ຍົກເລີກໃຫ້ສິດພິເສດ ທາງການຄ້າແກ່ອິນເດຍ

ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ລະບຸໃນຈົດໝາຍທີ່ສົ່ງໃຫ້ສະພາຄອງເກດ ໂດຍລະບຸວ່າ: ຕ້ອງການຍົກເລີກການໃຫ້ສິດພິເສດທາງການຄ້າແກ່ອິນເດຍ ເຊິ່ງພາຍໃຕ້ຂໍ້ຕົກລົງດ້ານສິດພິເສດທາງການຄ້ານີ້ ຊ່ວຍໃຫ້ອິນເດຍສົ່ງອອກສິນຄ້າປະເພດຕ່າງໆເຂົ້າອາເມລິກາໄດ້ໂດຍບໍ່ເສຍພາສີມູນຄ່າ 5,6 ພັນລ້ານໂດລາ ພ້ອມໃຫ້ເຫດຜົນຈະຍົກເລີກໃຫ້ສິດພິເສດທາງການຄ້າ ເພາະອິນເດຍບໍ່ໄດ້ດຳເນີນນະໂຍບາຍເປີດກວ້າງ ເພື່ອໃຫ້ບໍລິສັດອາເມລິກາເຂົ້າຕະຫລາດອິນເດຍຢ່າງສົມເຫດສົມຜົນ ແລະ ເທົ່າທຽມ.
ນອກຈາກນີ້, ປະທານາທິບໍດີ ທຣຳ ເຊິ່ງໃຫ້ຄຳໝັ້ນວ່າຈະຫລຸດການຂາດດູນການຄ້າກັບບັນດາປະເທດຄູ່ຄ້າໃຫ້ໄດ້ ຮຽກຮ້ອງອີກຄັ້ງໃຫ້ສະພາຄອງເກດ ຂຶ້ນພາສີສິນຄ້ານຳເຂົ້າຈາກອິນເດຍ.
ທັງນີ້, ສຳນັກງານຜູ້ແທນການຄ້າຂອງອາເມລິກາ (USTR) ລະບຸວ່າ: ອາເມລິກາຂາດດູນການຄ້າຕໍ່ອິນເດຍທັງໃນສ່ວນຂອງສິນຄ້າ ແລະ ການບໍລິການໃນປີ 2017 ມູນຄ່າ 27,3 ພັນລ້ານໂດລາ ໂດຍອິນເດຍ ເປັນປະເທດທີ່ໄດ້ຮັບຜົນປະໂຫຍດຫລາຍທີ່ສຸດຈາກໂຄງການໃຫ້ສິດພິເສດດ້ານພາສີ (GSP) ຂອງອາເມລິກາ ເຊິ່ງຖ້າລັດຖະບານອາເມລິກາຍົກເລີກສິດພິເສດດ້ານນີ້ແກ່ອິນເດຍ ຈະຖືເປັນການລົງທຶນປະເທດຄູ່ຄ້າຄືອິນເດຍຮຸນແຮງທີ່ສຸດ ນັບແຕ່ທ່ານ ທຣຳ ກ້າວຂຶ້ນມາເປັນປະທານາທິບໍດີ.

