ຊະເວເຣຟ ຊະນະ ຢໍໂຄວິດ 2-0 ເຊັດ ຄວ້າແຊ໊ມເຕັນນິສທີ່ ອິຕາລີ

ການແຂ່ງຂັນເຕັນນິສ ເອທີ ພີທົວ ແລະ ດັບເບິລຢູທີເອທົວ ລາຍການ “ອິນເຕີນາຊິໂອນາລີ  ບີເອັນແອລ ດິ ອິຕາລີ” ທີ່ນະ ຄອນຫຼວງໂຣມ ປະເທດອິຕາລີ  ເປັນການແຂ່ງຂັນປະເພດຊາຍ ດ່ຽວໃນຮອບຊີງຊະນະເລີດ ຜົນ ປາກົດວ່າ ອະເລັກຊານເດີ ຊະເວ ເຣຟ ນັນເຕັນນິສດາວຮຸ່ງອາຍຸ 20 ປີ ຈາກ ເຢຍລະມັນ ທີ່ເປັນມື ວາງອັນດັບ 16 ຂອງລາຍການ ພິກລ໊ອກເອົາຊະນະ ໂນວັກ ຢໍໂຄ ວິດ ອະດີດມືວາງອັນດັບ 1 ຂອງ ໂລກ ຈາກ ເຊີເບຍ ທີ່ເປັນມືວາງ ອັນດັບ 2 ຂອງລາຍການ ໄປໄດ້ 2-0 ເຊັດ 6-4, 6-3. ຄວ້າ ແຊ໊ມໄປຄອງຢ່າງຍິ່ງໃຫຍ່ ເຮັດ ໃຫ້ຍ້າຍຈາກມືວາງອັນດັບ 17 ຂຶ້ນມາເປັນມືວາງອັນດັບ 10 ຂອງໂລກ ໃນການຈັດອັນດັບໃນ ວັນຈັນທີ 22 ພຶດສະພາ.

ດ້ານປະເພດຍິງດ່ຽວຮອງ ຊີງຊະນະເລີດ ເອລິນາ ສະວິໂຕລິ ນາ ມືວາງອັນດັບ 8 ຂອງລາຍ ການຈາກ ຢູເຄຣນ ຕ້ອງອອກ ແຮງເຖິງ 2 ຊົ່ວໂມງ 7 ນາທີ 42 ວິນາທີ ແຂ່ງກັນ 3 ເຊັດ ກວ່າຈະ ພິກເອົາຊະນະ ຊິໂມນາ ຮາເລັບ ມືວາງອັນດັບ 6 ຈາກ ໂຣມາເນຍ 2-1 ເຊັດ 4-6, 7-5, 6-1.  ຄວ້າແຊ໊ມໄປຄອງໄດ້ສຳເລັດ.