ແອບັສຈະຢຸດການຜະລິດ A380

ແອບັສ ຜູ້ຜະລິດເຮືອບິນຂອງເອີຣົບປະກາດແຜນຢຸດການຜະລິດເຮືອບິນຊຸບເປີຈຳໂບ້ເອ380 (A380) ຍົກເລີກຄວາມຝັນທີ່ຈະຄອງນ່ານຟ້າດ້ວຍເຮືອບິນແຫ່ງສະຕະວັດທີ 21 ເນື່ອງຈາກຍອດຂາຍຫລຸດລົງ.
A380 ເປັນເຮືອບິນໃຫຍ່ທີ່ສຸດໃນໂລກ, ມີສອງຊັ້ນ, ຮອງຮັບຜູ້ໂດຍສານໄດ້ທັງໝົດ 544 ຄົນ, ອອກແບບມາເພື່ອທ້າທາຍໂບອິ້ງ 747 ເຮືອບິນລະດັບຕຳນານຂອງບໍລິສັດອາເມລິກາ, ແຕ່ໄປບໍ່ເຖິງຝັນເມື່ອສາຍການບິນຕ່າງໆຫັນມານິຍົມເຮືອບິນຮຸ່ນໃໝ່ທີ່ມີຂະໜາດນ້ອຍລົງ ແລະ ຄ່ອງແຄ້ວຫລາຍຂຶ້ນ. ແອບັສ ອອກຖະແຫລງການໃນວັນທີ 14 ກຸມພານີ້ວ່າ: ຈະຢຸດການຜະລິດ A380 ແລະ ຈະສົ່ງມອບລຳສຸດທ້າຍໃນປີ 2021, ບໍລິສັດຈະເຈລະຈາກັບສະຫະພາບແຮງງານໃນອີກ 2-3 ອາທິດ ເລື່ອງຕຳແໜ່ງງານ 3.000 ຕຳແໜ່ງທີ່ອາດຈະໄດ້ຮັບຜົນກະທົບຈາກການຢຸດການຜະລິດ A380.
ແອສບັສ ເປີດເຜີຍອີກວ່າ: ເອມິເຣດ ສາຍການບິນຂອງສະຫະນະຄອນ ອາຣັບ ເອມິເຣດ (UAE) ເຊິ່ງເປັນລູກຄ້າລາຍໃຫຍ່ທີ່ສຸດໄດ້ຫລຸດຄຳສັ່ງຊື້ A380 ແລ້ວປ່ຽນໄປສັ່ງຊື້ A350 ແລະ A330 ຮຸ່ນໃໝ່ທັງໝົດ 70 ລຳແທນ. ຂະນະທີ່ ເອມິເຣດ ເຊິ່ງມີ A380 ຢູ່ 100 ລຳ ຖະແຫລງວ່າ: ໃນຖານະທີ່ເປັນຜູ້ສະໜັບສະໜູນເຮືອບິນຮຸ່ນນີ້ມາແຕ່ເປີດຕົວ ຈຶ່ງຮູ້ສຶກເສຍໃຈທີ່ແອບັສຈະຢຸດການຜະລິດ ແລະ ເສຍໃຈທີ່ສາຍການບິນຕ້ອງຍົກເລີກຄຳສັ່ງຊື້, ແຕ່ຕ້ອງຍອມຮັບຄວາມຈິງທີ່ເກີດຂຶ້ນ. ເຖິງຢ່າງໃດກໍດີ A380 ຈະຍັງເປັນເສົາຫລັກຂອງຝູງບິນເອມິເຣດໄປຈົນເຖິງປີ 2030.
A380 ບິນຖ້ຽວປະຖົມມະເລີກໃນປີ 2005 ເປັນກ້າວສຳຄັນຂອງແອບັສທີ່ພະຍາຍາມຈະຂຶ້ນມາຢູ່ໃນລະດັບດຽວກັບໂບອິ້ງ, ແຕ່ຍອດຂາຍເຮືອບິນແບບສີ່ເຄື່ອງຈັກນີ້ຫລຸດລົງຢ່າງຕໍ່ເນື່ອງ ເມື່ອມີການພັດທະນາເຮືອບິນແບບສອງເຄື່ອງຈັກທີ່ມີຂະໜາດເບົາກວ່າ ແລະ ປະຢັດນ້ຳມັນຫລາຍກວ່າເຊັ່ນ: ໂບອິ້ງ 787, ໂບອິ້ງ 777 ຫລື A350 ຂອງແອບັສເອງ.

