ລະວັງກົນລວງເລື່ອງແຫຼ່ງທຶນກ້ອນໃຫຍ່ເຂົ້າມາລາວ

ຄືດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ: ໃນປັດຈຸບັນ ບັນຫາເສດຖະກິດ, ການເງິນຂອງໂລກ ພວມຢູ່ໃນພາວະຫຼໍ່ແຫຼມ, ມີຄວາມສ່ຽງທີ່ເກີດຈາກຫຼາຍປັດໃຈ ຊຶ່ງມັນໄດ້ສົ່ງຜົນກະທົບຕໍ່ການພັດທະນາຂອງຫຼາຍປະເທດ ລວມທັງ ສປປ ລາວ. ໃນຂະນະດຽວກັນ; ກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ເປັນຄົນລາວ ແລະ ຄົນຕ່າງດ້າວທີ່ຢູ່ພາຍໃນ ແລະ ຕ່າງປະເທດໄດ້ເຄື່ອນໄຫວສວຍໃຊ້ຊ່ອງຫວ່າງໃນເງື່ອນໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງພວກເຮົາ ເພື່ອຕົວະຍົວະ ຫຼອກລວງ, ຊັກຊວນ, ດຶງດູດປະຊາຊົນເຮົາ ລວມທັງພະນັກງານຈຳນວນໜຶ່ງ ທີ່ບໍ່ຮູ້ເທົ່າເຖິງການເຂົ້າຮ່ວມຂະບວນການໃນຫຼາຍຮູບແບບ ດ້ວຍການໂຄສະນາຜ່ານປາກຕໍ່ປາກ, ພົບປະສັງສັນ, ແລກປ່ຽນ-ຮ່ວມມື ໂດຍອ້າງວ່າ: ພວກເຂົາມີ “ເງິນ ຕາຕ່າງປະເທດມະຫາສານຢູ່ປະເທດນັ້ນ, ປະເທດນີ້ ແລະ ມີຄວາມຈິງໃຈທີ່ຢາກນໍາເອົາກ້ອນເງິນເຫຼົ່ານັ້ນ ເຂົ້າມາພັດທະນາສ້າງສາປະເທດ ວ່າຊັ້ນ!” ເຮັດໃຫ້ກຸ່ມຄົນຈໍານວນໜຶ່ງຫຼົງເຊື່ອ ແລ້ວວີ້ງເຕັ້ນເຂົ້າຫາພາກລັດ ເພື່ອໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄ້ວາ ພິຈາລະນາ ຊຶ່ງຄໍາໂຄສະນາດັ່ງກ່າວ ເປັນກົນອຸບາຍ, ຂີ້ຕົວະ, ບໍ່ມີມູນຄວາມຈິງ, ບໍ່ມີໂຕຕົນ ທັງໝົດເປັນພຽງແອບແຝງ, ປັ່ນປ່ວນ ແນໃສ່ເຮັດໃຫ້ເສດຖະກິດຂອງຊາດ ກໍ່ຄືພາບພົດຂອງການຈັດຕັ້ງລັດເສຍຫາຍ ແລະ ໃນຜ່ານມາກໍມີກຸ່ມຄົນຈໍານວນໜຶ່ງຍອມເສຍເງິນ, ຄໍາຂອງຕົນລົງທຶນໄປກ່ອນ ເພື່ອຄາດຫວັງຜົນປະໂຫຍດຕອບແທນສ່ວນແບ່ງໃນຕໍ່ໜ້າ. ແຕ່ໃນທີ່ສຸດກໍ່ບໍ່ໄດ້ຮັບອີ່ຫຍັງເລີຍ ເປັນພຽງກົນອຸບາຍ ເພື່ອຫຼອກລວງ, ສ້າງຄວາມສັບສົນ ແລະ ຫຍຸ້ງຍາກແກ່ຂະແໜງການກ່ຽວຂ້ອງ.
ໃນຂະນະດຽວກັນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ມາດຕາ 26 ກໍ່ໄດ້ລະບຸໄວ້ວ່າ: ການພົວພັນກັບທະນາຄານຕົວແທນ; ສະຖາບັນການເງິນ ທີ່ມີການພົວພັນທຸລະກິດກັບທະນາຄານຕົວແທນ ຫຼື ມີການພົວພັນອື່ນທີ່ຄ້າຍຄືກັນຕ້ອງປະຕິບັດດັ່ງນີ້: 1. ກວດກາຄືນຖານະນິຕິບຸກຄົນຂອງທະນາຄານຕົວແທນທີ່ຕົນພົວພັນທຸລະກິດນຳ; 2. ເກັບກຳຂໍ້ມູນ ຂ່າວສານ ກ່ຽວກັບລັກສະນະດຳເນີນທຸລະກິດຂອງທະນາຄານຕົວແທນ; 3. ປະເມີນກ່ຽວກັບຄວາມເຊື່ອຖື ແລະ ການດໍາເນີນວຽກງານຄຸ້ມຄອງ ແລະ ກວດກາຂອງທະນາຄານຕົວແທນ; 4.ປະເມີນການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງທະນາຄານຕົວແທນ ແລະ 5. ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງໃນການເປີດສາຍພົວພັນທຸລະກິດກັບທະນາຄານຕົວແທນ. ຖ້າວ່າທະນາຄານຕົວແທນຫາກມີການພົວພັນທຸລະກິດ ຫຼື ເຮັດທຸລະກໍາກັບທະນາຄານທີ່ບໍ່ມີຕົວຕົນ ຫຼື ບໍລິສັດໃນກຸ່ມນັ້ນກໍຕ້ອງໄດ້ຢຸດຕິ
ໃນກົດໝາຍດັ່ງກ່າວ, ມາດຕາ 50 ໄດ້ມີຂໍ້ຫ້າມທົ່ວໄປ ໄດ້ລະບຸວ່າ: ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາກ່ຽວກັບວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຄື: 1. ພົວພັນ ຫຼື ເຂົ້າຮ່ວມກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 2. ພົວພັນທຸກຮູບແບບ ຫຼື ໃຫ້ການຊ່ວຍເຫຼືອແກ່ຜູ້ຟອກເງິນ ແລະ ຜູ້ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 3. ເປັນສື່ກາງ, ໃຫ້ສິນບົນແກ່ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ອື່ນໆ.
ສະນັ້ນ ເພື່ອຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ, ຂໍໃຫ້ທຸກພາກສ່ວນ, ອົງການຈັດຕັ້ງລັດ-ເອກະຊົນ, ປະຊາຊົນ ແລະ ເຈົ້າໜ້າທີ່ ຕ້ອງຮ່ວມແຮງຮ່ວມໃຈເປັນເຈົ້າການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີດັ່ງກ່າວ; ຢ່າໃຫ້ການຮ່ວມມືທຸກຮູບແບບ ແລະ ຢ່າຫຼົງເຊື່ອຕໍ່ກົນອຸບາຍ ຂອງກຸ່ມຄົນພວກນີ້ຢ່າງເດັດຂາດ, ພວກເຮົາຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່, ຊອກໃຫ້ເຫັນ, ຈັບໃຫ້ໄດ້ບຸກຄົນ ຫຼື ກຸ່ມແກ້ງທີ່ເຄື່ອນໄຫວບໍ່ດີໃຫ້ໝົດໄປ.
# ໂດຍ: ຣັດສະໝີ ດວງສັດຈະ

