ສູນຄະນິດຄິດໄວສະມາດແມ໊ດຈັດງານແຂ່ງຂັນຊິງແຊ້ມຄັ້ງທຳອິດຢູ່ນະຄອນຫລວງພະບາງ

ເມື່ອບໍ່ດົນມານີ້, ສູນຄະນິດຄິດໄວສະມາດແມ໊ດ (SMART MATH) ໄດ້ຈັດງານແຂ່ງຂັນຊິງແຊ້ມຄັ້ງທໍາອິດ ຂຶ້ນຢູ່ນະຄອນຫລວງພະບາງ ເຊິ່ງມີຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ແລະ ພໍ່ແມ່ຜູ້ປົກຄອງ ນ້ອງນັກຮຽນເຂົ້າຮ່ວມນໍາດ້ວຍ.

ປະທານສູນຄະນິດຄິດໄວສະມາດແມ໊ດ ຫລວງພະບາງ ກ່າວວ່າ: ການຈັດງານ ແຂ່ງຂັນນີ້ ກໍເພື່ອຊ່ວຍໃຫ້ ເຍົາວະຊົນໄດ້ມີເວທີ ແລະ ໂອກາດໃນການສະແດງ ອອກເຖິງຄວາມສາມາດທາງດ້ານຄະນິດສາດ, ທັກສະ ໃນການຄິດຄຳນວນເລກ, ເປັນເວທີໃຫ້ເຂົ້າເຈົ້າໄດ້ຝຶກສະໝອງ-ລອງປັນຍາ, ພັດທະນາຄວາມຮູ້ຄວາມສາມາດໃຫ້ດີຂຶ້ນເທົ່າທຽມກັບລະດັບພາກພື້ນ ແລະ ສາກົນ ພ້ອມທັງສົ່ງເສີມໃຫ້ເຍົາວະ ຊົນມີຄວາມສົນໃຈ, ມັກຮັກໃນວິຊາຄະນິດສາດເຊິ່ງ ເປັນ ວິຊາພື້ນຖານຂອງໄອຄິວ ແລະ ທັງເປັນການສົ່ງເສີມໃຫ້ເດັກນ້ອຍມີແນວຄິດກ້າສະແດງອອກ, ເຊື່ອໝັ້ນໃນ ຕົນເອງ ເຊິ່ງຫລັກສູດຄະນິດຄິດໄວສະມາດແມ໊ດເປັນ ວິຊາຄະນິດສາດທາງເລືອກໃໝ່ຂະແໜງໜຶ່ງທີ່ຮຽນໂດຍການນຳໃຊ້ລະບົບປະສາດສຳຜັດຄິດໄລ່ດ້ວຍນິ້ວມື, ນຳໃຊ້ລູກຄິດ ແລະ ການສ້າງພາບຈິນຕານະການລູກຄິດໃນສະໝອງເພື່ອຄິດໄລ່ ເລກ, ພັດທະນາສັກກະຍະພາບທາງສະໝອງ, ປັບຄວາມສົມດູນຂອງສະໝອງເບື້ອງຊ້າຍ ແລະ ເບື້ອງຂວາ ຂອງເດັກສົ່ງຜົນໃຫ້ຜູ້ຮຽນມີສະມາທິຢ່າງຕໍ່ເນື່ອງ, ມີລະບົບການຟັງທີ່ດີ, ມີການຄິດໄລ່ໄຕ່ຕອງທີ່ມີເຫດມີຜົນ.
ສໍາລັບງານແຂ່ງຂັນຄັ້ງ ທໍາອິດນີ້, ມີຜູ້ເຂົ້າຮ່ວມທັງໝົດ 90 ຄົນ, ແບ່ງອອກເປັນ 2 ລຸ້ນ. ຜ່ານການແຂ່ງຂັນຜູ້ ຊະນະເລີດ ໄດ້ແກ່ ທ້າວ ວິລະກອນ ສີສະຫວັດ ແລະ ນາງ ສຸຈິນດາ ບຸບຜາປັນຍາ, ທີ 2 ນາງ ອາລີນ່າ ອາມະນີ, ນາງ ປາຖະນາ ສີຫານາດ, ທີ 3 ນາງ ກີລານ່າ ຈະເລີນຜົນ ແລະ ທ້າວ ໄຊສິງຄຳ ສິດທິພອນ. ເຊິ່ງຜູ້ຊະນະເລີດໄດ້ຮັບຂັນລາງວັນພ້ອມທຶນ ການສຶກສາສະມາດແມ໊ດຮຽນ 6 ເດືອນ, ລາງວັນທີ 2 ໄດ້ຮັບຂັນລາງວັນພ້ອມທຶນການສຶກສາສະມາດແມ໊ດຮຽນ 4 ເດືອນ, ລາງວັນທີ 3 ໄດ້ຮັບຂັນລາງວັນພ້ອມທຶນ ການສຶກສາສະມາດແມ໊ດຮຽນ 2 ເດືອນ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.


