ເດືອນຜ່ານມາ ຢູ່ ນະຄອນຫລວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 100 ກ່ວາເລື່ອງ

ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນ ມັງກອນຜ່ານມາ ນີ້, ຢູ່ ນະຄອນຫລວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງໝົດ 160 ເລື່ອງ, ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 89 ເລື່ອງ, ກັກຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ 300 ກ່ວາຄົນ, ມີຜົນເສຍຫາຍຄື: ຄຳຮູບປະພັນ ນໍ້າໜັກ 2 ກິໂລກຼາມ, ລົດຈັກ 55 ຄັນ, ຄອມພິວເຕີ້ 2 ເຄື່ອງ, ໂທລະສັບມືຖື 88 ເຄື່ອງ ແລະ ຊັບສິນມີຄ່າອີກຈຳນວນໜຶ່ງ. ໃນນີ້ຄະດີທີ່ພົ້ນເດັ່ນແມ່ນລັກຊັບພົນລະເມືອງ, ຢາເສບຕິດ ແລະ ປຸ້ນຊັບຄື: ໃນວັນທີ 18 ມັງກອນ ໄດ້ມີຄົນຮຮ້າຍລັກລົດຈັກຕາມສະຖານທີ່ຕ່າງໆ ຊຶ່ງມີລົດເສຍຈຳນວນຫລາຍຄັນຄື: ລັກລົດເວບ 100 ຈຳນວນ 2 ຄັນ ຢູ່ໜ້າຫ້ອງແຖວເຂດບ້ານ ຊຽງດາ ເມືອງ ໄຊເສດຖາ ແລະ ຢູ່ ເຂດ ຫໍພັກຊີເກມ ບ້ານ ໜອງວຽງຄຳ ເມືອງ ໄຊທານີ ແລະ ລັກລົດເວບ 110 ໄອ ຢູ່ໜ້າຮ້ານເສີມຄວາມງາມເຂດບ້ານ ໂພນປ່າເປົ້າ ເມືອງ ສີສັດຕະນາກ, ຕໍ່ມາລັກລົດເວບ 125 ໄອ ຢູ່ເຮືອນຂອງປະຊາຊົນ ເຂດບ້ານ ໂນນຄໍ້ໃຕ້ ເມືອງ ໄຊເສດຖາ, ລັກລົດຈັກເວບ 100 ຈຳນວນ 2 ຄັນ ຢູ່ ເຮືອນປະຊາຊົນ ເຂດບ້ານ ໜອງແຕ່ງເຫນືອ ເມືອງ ສີໂຄດຕະບອງ.
ໃນກອງປະຊຸມວຽກງານຕຳຫລວດທົ່ວປະເທດ ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: 1 ປີຜ່ານມາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທີ່ສົ່ງຜົນເສຍຫາຍຄື: ທົ່ວປະເທດມີຄະດີເກີດຂຶ້ນ 6.365 ເລື່ອງ, ໃນນີ້ ມ້າງໄດ້ 5.141 ເລື່ອງ, ມີຜູ້ຕ້ອງຫາ 7.591 ຄົນ, ໃນນັ້ນຄະດີຢາເສບຕິດ ມີ 3.300 ເລື່ອງ, ລັກຊັບພົນລະເມືອງ 1.785 ເລື່ອງ, ຄາດຕະກຳ 45 ເລື່ອງ, ມີຜົນເສຍຫາຍລົດຈັກ 1245 ຄັນ, ລົດໃຫຍ່ 9 ຄັນ.
