ກຽມເລືອກປະທານທະນາຄານໂລກຜູ້ໃໝ່ ຫລັງຜູ້ເກົ່າອອກກະທັນຫັນ

ການຄັດເລືອກປະທານທະນາຄານໂລກຜູ້ໃໝ່ຈະເລີ່ມໃນວັນທີ 7 ກຸມພານີ້ຕາມເວລາອາເມລິກາ, ຫລັງຈາກທ່ານ ຈິມ ຢົງຄິມ ຊາວອາເມລິກາເຊື້ອສາຍເກົາຫລີລາອອກຈາກຕຳແໜ່ງຢ່າງກະທັນຫັນມີຜົນໃນວັນທີ 1 ກຸມພາ ທັງທີ່ຍັງບໍ່ຄົບວາລະ 5 ປີສະໄໝທີສອງ, ຄາດວ່າຜູ້ໄດ້ຮັບເລືອກຈະເປັນຜູ້ທີ່ໄດ້ຮັບການສະເໜີຊື່ຈາກອາເມລິກາຄືຜ່ານມາ.
ທະນາຄານໂລກ ເຊິ່ງຕັ້ງຢູ່ໃນນະຄອນຫລວງວໍຊິງຕັນຂອງອາເມລິກາ ມີຊາວອາເມລິກາເປັນປະທານນັບແຕ່ສ້າງຕັ້ງຂຶ້ນຫລັງສິ້ນສຸດສົງຄາມໂລກຄັ້ງທີສອງ, ເຊັ່ນດຽວກັບກອງທຶນການເງິນສາກົນ (IMF) ທີ່ສ້າງຕັ້ງຂຶ້ນພ້ອມກັບທະນາຄານໂລກ ແລະ ຢູ່ໃນນະຄອນຫລວງວໍຊິງຕັນເຊັ່ນກັນ. ມີຊາວເອີຣົບເປັນກຳມະການຜູ້ຈັດການມາໂດຍຕະຫລອດ. ຄະນະກຳມະການບໍລິຫານທະນາຄານໂລກຈະເປີດຮັບການສະເໜີຊື່ປະທານຜູ້ໃໝ່ນັບແຕ່ວັນທີ 7 ກຸມພາຈົນເຖິງວັນທີ 14 ມີນາ, ຈາກນັ້ນຈະນຳຊື່ປະທານທີ່ຜ່ານການຄັດເລືອກສະເໜີຕໍ່ກອງປະຊຸມທະນາຄານໂລກ ແລະ IMF ວັນທີ 12-14 ເມສາ, ສະມາຊິກທະນາຄານໂລກ 189 ປະເທດສາມາດຄັດຄ້ານຊື່ໄດ້. ອາເມລິກາໃນຖານະຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດໃນທະນາຄານໂລກຈຶ່ງມີອິດທິພົນຕໍ່ການຄັດເລືອກ, ແຕ່ບໍ່ສາມາດໃຊ້ສິດຢັບຢັ້ງ ແລະ ຕ້ອງໄດ້ຮັບການສະໜັບສະໜູນຈາກປະເທດເອີຣົບ.
ຜ່ານມາປະເທດເສດຖະກິດເກີດໃໝ່ຮຽກຮ້ອງໃຫ້ທະນາຄານໂລກໃຊ້ຂະບວນການຄັດເລືອກທີ່ເປີດກວ້າງ ແລະ ພິຈາລະນາຕາມຄຸນສົມບັດຜູ້ໄດ້ຮັບການສະເໜີຊື່, ພ້ອມກັບຂໍໃຫ້ປະເທດເສດຖະກິດເກີດໃໝ່ມີສິດມີສຽງຫລາຍຂຶ້ນ, ແຕ່ອະດີດນັກເສດຖະສາດຂອງ IMF ບໍ່ຄິດວ່າ: ປະເທດເຫລົ່ານີ້ຈະມີຄວາມໜຽວແໜ້ນຄືໄລຍະວິກິດການເງິນໂລກທີ່ຕົ້ນເຫດເກີດຈາກປະເທດເສດຖະກິດກ້າວໜ້າ. ສ່ວນເອີຣົບຖ້າຈະຄັດຄ້ານຜູ້ທີ່ອາເມລິກາສະເໜີຊື່ຕ້ອງສ່ຽງເສຍຕຳແໜ່ງກຳມະການຜູ້ຈັດການ IMF ເມື່ອນາງ ຄຣິສຕິນ ລາກາດ ພົ້ນວາລະໃນປີ 2021.
ຜູ້ທີ່ມີຂ່າວວ່າຢູ່ໃນລາຍຊື່ການພິຈາລະນາຂອງປະທານາທິບໍດີ ທຣຳ ເຊັ່ນ: ນາງ ເອັນໂກຊີ ໂອກນາໂຢ-ອິວລາ ອະດີດລັດຖະມົນຕີການເງິນນີເຊຣີ, ທ່ານ ໂມຮຳເໝັດ ເອລເອຣຽນ ຊາວອາເມລິກາເຊື້ອສາຍເອຢິບ ອະດີດປະທານກຳມະການບໍລິຫານພິມໂກ ບໍລິສັດບໍລິຫານຊັບສິນ, ນາງ ອິນທຣາ ນູຢີ ອະດີດປະທານເປັບຊີໂຄ.

