ຄີເຣນ ວິວສັນ ຄວ້າແຊ້ມສະນຸກເກີ German Masters 2019 ຄັ້ງທຳອິດ

ການແຂ່ງຂັນສະນຸກເກີລະດັບສາກົນ ລາຍການ German Masters 2019 ທີ່ນະຄອນຫລວງແບກແລັງ ປະເທດເຢຍລະມັນ ແຂ່ງຂັນໃນວັນທີ 30 ມັງກອນ ຫາວັນທີ 3 ກຸມພາຜ່ານມາ ໂດຍມີນັກສະນຸກເກີ 32 ຄົນທີ່ຜ່ານການຄັດເລືອກເຂົ້າຮ່ວມ ຊີງເງິນລາງວັນລວມ 400.000 ປອນ.
ໃນຮອບຊີງຊະນະເລີດເປັນຄູ່ຊີງໜ້າໃໝ່ ລະຫວ່າງສອງນັກສະນຸກເກີຈາກອັງກິດ ຄີເຣນ ວິວສັນ ມື 9 ຂອງໂລກ ພົບກັບ ເດວິດ ຈິວເບີດ ເພື່ອນຮ່ວມຊາດ ມື 19 ຂອງໂລກ ແລະ ເປັນ ຄີເຣນ ວິວສັນ ແຊງຊະນະ 9-7 ເຟຣມ ຈາກຕາມຫລັງ 5-7 ຈາກນັ້ນເກັບ 4 ເຟຣມລວດ, ຄີເຣນ ວິວສັນ ຄວ້າແຊ້ມລາຍການນີ້ເປັນຄັ້ງທຳອິດ ໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 80.000 ປອນ.
ການແຂ່ງຂັນສະນຸກເກີໃນອາທິດນີ້ມີແຂ່ງທີ່ ເຊວເທັນແຮມ ປະເທດອັງກິດ ລາຍການ Coral World Grand Prix 2019 ຊີງເງິນລາງວັນລວມ 375.000 ປອນ, ແຊ້ມໄດ້ 100.000 ປອນ ໂດຍຄັດເອົານັກສະນຸກເກີທີ່ມີອັນດັບ 1-32 ຂອງໂລກຫລ້າສຸດມາພົບກັນ ແຂ່ງຂັນໃນວັນທີ 4-10 ກຸມພານີ້ ແຊ້ມເກົ່າແມ່ນ ຣອນນີ້ ໂອຊຸນລີແວນ ຈາກເຈົ້າພາບ.

