ເອັມບັບເປ້ ບໍ່ປິດປະຕູ ຍ້າຍໄປຮ່ວມທັບ ມາດຣິດ

ຄີລຽນ ເອັມບັບເປ້ ຍອດກອງໜ້າທີມຊາດຝຣັ່ງຂອງ “ເປແອສເຊ” ປາຣີ ແຊງແຊກແມງ ບໍ່ປິດປະຕູຍ້າຍໄປຮ່ວມທີມ ຣີລ ມາດຣິດ ແຕ່ຢືນຢັນວ່າຍັງມີຄວາມສຸກໃນຖິ່ນພາກ ເດິ ແພຣງ. ຕາມລາຍງານຈາກມາຣ໌ກາ ຂອງສະເປນ.
ເອັມບັບເປ້ ທີ່ຍິງໄປແລ້ວ 30 ປະຕູໃນເກມລີກ 41 ນັດ ນັບແຕ່ຍ້າຍມາຈາກ ໂມນາໂກ ດ້ວຍຄ່າຕົວ 162 ລ້ານປອນ ອາດມີໂອກາດຖືກຂາຍອອກໄປ ຖ້າ ເປແອສເຊ ຖືກຕັດສິນວ່າຜິດແທ້ ກໍລະນີເຮັດຜິດກົດຄວບຄຸມທາງການເງິນ.
ເມື່ອຖືກໂມເຖິງຄວາມເປັນໄປໄດ້ທີ່ຈະຍ້າຍໄປຫລິ້ນໃນຖິ່ນຊານຕິອາໂກ ເບີນາບິວ, ເອັມບັບເປ້ ຕອບວ່າ: “ຂ້ອຍມີຄວາມສຸກດີຢູ່ບ່ອນນີ້, ແຕ່ເລື່ອງຂອງບານເຕະ ແລະ ເລື່ອງອະນາຄົດ ເຈົ້າບໍ່ມີທາງຮູ້ໄດ້, ຂ້ອຍມີຄວາມສຸກກັບສິ່ງຕ່າງໆທີ່ເປັນຢູ່ ຕອນນີ້ບໍ່ແມ່ນເວລາທີ່ຄິດເລື່ອງອື່ນ”.

