ລາວ-ຈີນ ເພີ່ມທະວີການພົວພັນຮ່ວມມືດ້ານນິຕິບັນຍັດ

ການພົບປະສອງຝ່າຍ ລະຫວ່າງ ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ສປປ ລາວ ແລະ ທ່ານ ໄປມາ ສີຫລິນ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ມີຂຶ້ນໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 17-20 ມັງກອນນີ້.
ໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນທຸກຂົງເຂດວຽກງານ ໂດຍສະເພາະການພົວພັນຮ່ວມມືລະຫວ່າງ ສອງສະພາ ລາວ-ຈີນ ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ຫນັ້ນຄົງ ແລະ ຍາວນານຕາມທິດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນັ້ນ ທັງສອງຝ່າຍຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ກັນຊາບ ເຊິ່ງການພົວພັນຮ່ວມມືສອງຝ່າຍແມ່ນໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ ເປັນຕົ້ນດ້ານການຄ້າ-ການລົງທຶນ ລາວ-ຈີນ ໄດ້ເພີ່ມຂຶ້ນຢ່າາງຕໍ່ເນື່ອງ ມາຮອດປີ 2018 ຕົວເລກການຄ້າລະຫວ່າງລາວ ແລະ ຈີນ ບັນລຸໄດ້ 1,94 ຕື້ໂລດາສະຫະລັດ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 15,8%, ສິນຄ້າຈາກລາວສົ່ງເຂົ້າໄປຈີນ 1,15 ຕື້ໂລດາສະຫະລັດ ເພີ່ມຂຶ້ນ 27,3%, ສິນຄ້ານໍາເຂົ້າຈາກຈີນ 790 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 2,2%.
ສໍາລັບການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ, ມາຮອດປັດຈຸບັນມີທັງໝົດ 773 ໂຄງ ການ ມີມູນຄ່າອະນຸມັດຫລາຍກວ່າ 9,6 ຕື້ໂລດາສະຫະລັດ, ໃນນັ້ນ ການລົງທຶນຂອງຈີນ 100% ມີມູນຄ່າສູງເຖິງ 7,4 ຕື້ໂລດາສະຫະລັດ, ຈັດຢູ່ໃນອັນດັບໜຶ່ງໃນຈໍານວນ 53 ປະເທດ ແລະ ເຂດແຄ້ນທີ່ມາລົງທຶນໃນ ສປປ ລາວ ແລະ ພົ້ນເດັ່ນກວ່າໝູ່ແມ່ນໂຄງການຮ່ວມມືກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ຂະແໜງພະລັງງານ ແລະ ການລົງທຶນຢູ່ເຂດເສດຖະກິດພິເສດ.
ທ່ານ ພົນໂທ ແສງນວນ ໄຊຍະລາດ ກໍໄດ້ສະແດງຄວາມຂອບໃຈໄປຍັງພັກ, ລັດ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າທາງດ້ານທຶນຮອນ ແລະ ອື່ນໆ, ພ້ອມທັງສະເໜີໃຫ້ສຶບຕໍ່ແລກປ່ຽນການຢ້ຽມຢາມ ແລະ ການໄປມາຫາສູ່ກັນລະຫວ່າງຄະນະຜູ້ແທນທຸກຂັ້ນຂອງສະພາແຫ່ງຊາດລາວ ແລະ ສປ ຈີນ ໃຫ້ເປັນປົກກະຕິ ນັບທັງສະພາປະຊາຊົນຂັ້ນແຂວງ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດກັນ; ສຶບຕໍ່ແລກປ່ຽນບົດຮຽນໃນການປະຕິບັດບົດບາດດ້ານນິຕິຍັດຂອງສະພາແຫ່ງຊາດ ໂດຍສະເພາະວຽກງານການສ້າງນິຕິກຳ, ການປົກຄອງລັດດ້ວຍກົດໝາຍ ແລະ ການຕິດຕາມກວດກາການປະຕິບັດ ກົດຫມາຍ. ທ່ານຮອງປະທານສະພາແຫ່ງຊາດລາວ ຍັງສະເໜີໃຫ້ຝ່າຍຈີນພິຈາລະນາສືບຕໍ່ໃຫ້ການຊ່ວຍເຫລືອໃນການສ້າງຊັບພະຍາກອນມະນຸດຂົງເຂດວຽກງານຕ່າງໆໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຂອງລາວອີກດ້ວຍ.

