ວິທີໃຊ້ໃບຜັກໜອກລຶບຮອຍດ່າງຮອຍດຳຈາກສິວ

ຮອຍດຳຈາກສິວ ເປັນອີກໜຶ່ງບັນຫາທີ່ລຶບຍາກແທ້ໆ ແລະ ມີຫລາຍຄົນທີ່ຕ້ອງເສຍເງິນຫລາຍໄປກັບຄຣີມຍີ່ຫໍ້ດັງໆລາຄາແພງໆ ແຕ່ທາເທົ່າໃດກໍບໍ່ເຊົາຈັກເທື່ອ ມື້ນີ້ພວກເຮົາມີສູດຊ່ວຍກຳຈັດຮອຍສິວແບບທຳມະຊາດໂດຍໃບຜັກໜອກ (Gotu Kola) ທີ່ມີລິດຊ່ວຍຕ້ານການອັກເສບ, ກົດມາດິ ແຄສຊິກ ແລະ ວິຕາມິນຫລາຍໆຊະນິດມາແນະນຳທ່ານ.
ນອກຈາກນີ້, ໃບຜັກໜອກຍັງສາມາດໃຊ້ຫລຸດຮອຍດຳຈາກສິວ, ຊ່ວຍຫລຸດຮອຍແປ້ວຈາກສິວໄດ້ນຳ ເນື່ອງຈາກໃບຜັກໜອກມີສານໄກລໂຄໄຊ ເຊິ່ງຈະຊ່ວຍຕໍ່ຕ້ານການເກີດອະນຸມູນອິດສະລະ ແລະຊ່ວຍສ້າງຄໍລາເຈັນໃຫ້ກັບຜິວໜ້າ ອັນເປັນຜົນໃຫ້ຮອຍດ່າງດຳກໍຈະຄ່ອຍໆຈາງລົງຈົນຫາຍໄປເອງ.
ວິທີເຮັດກໍງ່າຍໆ ພຽງແຕ່ເອົາໃບຜັກໜອກແກ່ໆມາ 1 ກຳມື, ຈາກນັ້ນເອົາໄປລ້າງໃຫ້ສະອາດ ແລ້ວເອົາໄປປັ່ນ ຫລື ຕຳຈົນແຫລວ ແລ້ວເອົາມາທາພອກໃຫ້ທົ່ວໃບໜ້າ ຫລື ຈະທາສະເພາະບໍລິເວນທີ່ມີຮອຍດ່າງດຳຈາກສິວກໍໄດ້ ທາປະໄວ້ປະມານ 15 ນາທີ ຈຶ່ງລ້າງອອກ ເຊິ່ງສູດນີ້ສາມາດເຮັດໄດ້ທຸກມື້ຈົນກ່ວາຮອຍດ່າງດຳຈາກສິວຈະຈາງແລະຫາຍໄປ.

