ສະເປີ ສົນໃຈຄວ້າ ມັລຄອມ ຮ່ວມທັບ ຫລັງ ເຄນ ອາດພັກຍາວ

ທ໊ອດແນ່ມ ຮ໊ອດສະເປີ ສົນໃຈຄວ້າ ມັລຄອມ ປີກ ບາເຊໂລນາ ຮ່ວມທັບໃນໜ້າໜາວນີ້ ຫລັງ ສະເປີ ອາດຕ້ອງເສຍ ແຮຣີ ເຄນ ຫົວຫອກຄົນເກັ່ງຍາວເກືອບເດືອນ, ຂະນະທີ່ນັກເຕະບຣາຊິລບໍ່ປິດໂອກາດຍ້າຍທີມ ຫລັງໄຮ້ຕຳແໜ່ງໃນຖິ່ນຄຳນູ.
ທ໊ອດແນ່ມ ຮ໊ອດສະເປີ ສະໂມສອນແຫ່ງພຣີເມຍລີກ ຕົກເປັນຂ່າວວ່າສົນໃຈຈະຄວ້າ ມັນຄອມ ປີກຕົວສຳຮອງ ບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງ ລາ ລີກາ ສະເປນ ມາຮ່ວມທັບໃນຊ່ວງເປີດຕະຫລາດຊື້-ຂາຍນັກເຕະໜ້າໜາວນີ້.
ສື່ອັງກິດລະບຸວ່າ: ສະເປີ ກຳລັງກຽມພ້ອມສຳລັບການຈະຕ້ອງໄຮ້ ແຣຮີ ເຄນ ດາວຍິງຄົນເກັ່ງ ຫລັງຈາກນັກເຕະໄດ້ຮັບບາດເຈັບໜັກທີ່ເອັນຂໍ້ຕີນຈາກເກມລີກນັດຫລ້າສຸດທີ່ເສຍໃຫ້ ແມນເຊັສເຕີ ຢູໄນເຕັດ 0-1 ທີ່ສະໜາມເວມບລີ ໃນວັນທີ 13 ມັງກອນຜ່ານມາ ເຊິ່ງຄາດວ່າລາວຈະຕ້ອງພັກຮັກສາຢ່າງໜ້ອຍ 1 ເດືອນ.
ສະເປີ ສະແດງຄວາມສົນໃຈ ມັລຄອມ ມາແຕ່ກ່ອນນັກເຕະຈະຍ້າຍຈາກ ບອກໂດ ສະໂມສອນແຫ່ງລີກເອິງ ໄປຮ່ວມທີມ ບາຊາ ໃນຊ່ວງຊຳເມີ້ຜ່ານມາ ເຊິ່ງເວລານັ້ນ ໂຣມ່າ ຍອດທີມແຫ່ງອີຕາລີ ກໍຢາກໄດ້ດາວເຕະບຣາຊິລເຊັ່ນກັນ.
ເຖິງຢ່າງໃດກໍຕາມ, ດາວເຕະໄວ 21 ປີ ບໍ່ອາດສ້າງຜົນງານໄດ້ຢ່າງທີ່ຄາດຫວັງໃນຖິ່ນຄຳນູ ແລະ ບໍ່ສາມາດຫາຕຳແໜ່ງຕົວຈິງໄດ້ໃນທີມຂອງ ເອຣເນສໂຕ້ ບັລເບຣເດ້ ເຮັດໃຫ້ຕອນນີ້ລາວເປີດກວ້າງສຳລັບການຍ້າຍໄປຫລິ້ນໃຫ້ສະໂມສອນອື່ນ ເພື່ອກັບມາມີອະນາຄົດນັກເຕະອີກ.

